ສປປ.ເກົາຫຼີປະກາດທົດລອງເຄື່ອງກົນຈັກຂອງລູກສອນໄຟນຳວິຖີຂ້າມທະວີບສຳເລັດຜົນ

ສປປ.ເກົາຫຼີປະກາດທົດລອງເຄື່ອງກົນຈັກຂອງລູກສອນໄຟນຳວິຖີຂ້າມທະວີບສຳເລັດຜົນ - ảnh 1
ການນຳ ສປປ ເກົາຫຼີ Kim Jong Un
(ພາບ: Reuters)

(vovworld) –  ວັນ​ທີ 8/4, ສປປ. ​ເກົາຫຼີ ​ໄດ້​ປະກາດ​ທົດ​ລອງ​ເຄື່ອງ​ກົນ​ຈັກ​ທີ່​ຈະ​ຕິດ​ຕັ້ງ​ໃຫ້​ລູກ​ສອນ​ໄຟ​ນຳ​ວິຖີ​ຂ້າມ​ທະວີບ (ICBM) ສຳ​ເລັດ​ຜົນ. ນີ້​ແມ່ນ​ຄຳ​ຖະ​ແຫຼ​ງຄັ້ງຫຼ້າ​ສຸດ​ຂອງ ສປປ ​ເກົາຫຼີ ກ່ຽວ​ກັບ​ບັນ​ດາ​ບາດ​ກ້າວ​ບຸກທະລຸ​ໃນ​ໂຄງການ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ​ຂອງ​ປະ​ເທດ​ນີ້. ຕາມ​ສຳນັກ​ຂ່າວສານ​ສູນ​ກາງ ສປປ. ​ເກົາຫຼີ ​KCNA ​ແລ້ວ, ການ​ນ​ຳ Kim Jong Un ​ໄດ້​ຕິດຕາມ​ການ​ທົດ​ລອງ​ເຄື່ອງ​ກົນ​ຈັກ ICBM ຢູ່​ໜ້າດິນ. ທ່ານ Kim Jong Un ​ໄດ້​ຕີ​ລາຄາ​ວ່າ​ນີ້​ແມ່ນ​ຜົນ​ສຳ​ເລັ​ດອັນ​ໃຫຍ່​ຫຼວງ​ຊ່ວຍ​ໃຫ້​​ເພີ່ມ​ທະວີ​ຄວາມ​ສາມາດ​ບຸກ​ໂຈມ​ຕີ​ດ້ານ​ນິວ​ເຄຼຍຂອງ ສປປ. ​ເກົາຫຼີ ​​ແນ​ໃສ່ ອາ​ເມ​ລິ​ກາ ​ແລະ ບັນດາ​ກຳລັງ​ເປັນ​ປໍ​ລະ​ປັກ​ອື່ນໆ.

ຂ່າວ/ບົດ​ອື່ນ