ສປປ.ເກົາຫຼີປະກາດແຜນການຍິງດາວທຽມ

ສປປ.ເກົາຫຼີປະກາດແຜນການຍິງດາວທຽມ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 14/09, ສື່​ມວນ​ຊົນ​ສປປ.​ເກົາຫຼີ ​ໃຫ້​ຂ່າວ​ວ່າ, ຄາດ​ວ່າ, ປະ​ເທດນີ້​ຈະຍິງ​ບັນ​ດາ​ດາວ​ທຽມ ​ເຂົ້າ​ອະ​ວະ​ກາດ ​ແລະ ບັນດາ​ບາດກ້າວ​ກະກຽ​ມ​ໃຫ້​ແຜນການ​ນີ້​ໄດ້​ກ້າວ​ເຂ​ົ້າສູ່​​ໄລຍະ​ສຸດທ້າຍ. ຖະ​ແຫຼງການ​ນີ້​ໄດ້​​ເຮັດ​ໃຫ້​ຫາງ​ສຽງ​ມີຄວາມ​ສົງ​ໄສ​ວ່າ ພຽງ​ຢາງ ຈະ​ຍິງ​ລູກ​ສອນ​​ໄຟ​ໄລ​ຍະ​ໄກ ກົງ​ກັບ​ໂອກາດ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ແຮງ​ງານ​ສປປ.​ເກົາຫຼີ ​ໃນ​ເດືອ​ນ 10 ຈະ​ມາ​ເຖິງ. ​ເມື່ອ​ຕອບ​ສຳພາດ​ສຳນັກ​ຂ່າວສານ​ສູນ​ກາງ​ສປປ.​ເກົາຫຼີ (KCNA), ຫົວໜ້າ​ອົງການ​ພັດທະນາ​ການບິນ​ຈັກ​ກະ​ວານ​ສປປ.​ເກົາຫຼີ ຖະ​ແຫຼງວ່າ, ອົງການ​ນີ້​ພວມ​ສົ່ງ​ເສີມ​ໄລຍະ​ສຸດ​ທ້າ​ຍຂອງ​ແຜນການ​ພັດທະນາ​ດາວ​ທຽມ​ສັງ​ເກດ​ໜ່ວຍ​ໂລກ ​ເພື່ອ​ພະຍາກອນ​ອາກາດ. ​ແຕ່​ວ່າ, ຖະ​ແຫຼ​ງການ​ດັ່ງກ່າວ​ບໍ່​ຊີ້​ແຈ້ງ​ຈຸດ​ເວລາ​ດຳ​ເນີນ​ການ​ຍິງ​ດາວ​ທຽ​ມນີ້​ເທື່ອ.

ຂ່າວ/ບົດ​ອື່ນ