ສປປເກົາຫຼີປະລາໄຊໃນການຍິງທົດລອງລູກສອນໄຟນຳວິຖີ

ສປປເກົາຫຼີປະລາໄຊໃນການຍິງທົດລອງລູກສອນໄຟນຳວິຖີ - ảnh 1
(ພາບ​ປະ​ກອບ: KCNA)

(vovworld) - ຕອນ​ເຊົ້າ​ວັນ​ທີ 29/4, ສປປ​ເກົາຫຼີ​ໄດ້ຍິງທົດ​ລອງ​ລູກ​ສອນ​​ໄຟນຳ​ວິຖີ ຈາກ​ສະຖານ​ທີ່​ໜຶ່ງ​ຢູ່​ທາງ​ທິດ​ເໜືອ​ນະຄອນຫຼວງ​ ພຽງ​ຢາງ, ​ແຕ່​ເຫດ​ທົດ​ລອງ​ພັດ​ຖືກ​ປະລາ​ໄຊ. ລູກ​ສອນ​ໄຟ​ນີ້​ບໍ່​ສາມາດ​ຍິງ​ອອກ​ນອກ​ຜືນ​​ແຜ່ນດິນ​ຂອງ ສປປ ​ເກົາຫຼີ​ ໄດ້. ປະທານາທິບໍດີ​ ອາ​ເມ​ລິ​ກາ Donald Trump ​ແລະ ​ເຈົ້າ​ໜ້າ​ທີ່ ສ​ເກົາຫຼີ​ຫຼາຍ​ທ່ານ​ໄດ້​ຄັດຄ້ານ​ເຫດຍິງທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິຖີນີ້. ກ່າວ​ຄວາມ​ເຫັນ​ທາງ​ເຄືອ​ຂ່າຍ​ສັງຄົມ Twitter, ປະທານາທິບໍດີ​ ອາ​ເມ​ລິ​ກາ Donald Trump ຕຳ​ໜິຕິຕຽນເຫດຍິງທົດ​ລອງ​ລູກ​ສອນ​ໄຟນຳ​ວິຖີຄັ້ງ​ໃໝ່​ນີ້ຂອງ ສປປ ​ເກົາຫຼີ ​ແມ່ນ “ຂາດ​ຄວາມ​ເຄົາລົບ“ ຕໍ່​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ແມ່ນ​ຈີນ ກໍ່​ຄື ປະທານ​ປະ​ເທດ​ຈີນ ສື​ຈິນຜີ​ງ. ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ​ ທ່ານ​ໜຶ່ງ ​ໂດຍ​ບໍ່​​ເຜີຍ​ຊື່ ​ໃຫ້​ຮູ້​ວ່າ ​ໃນ​ຊຸ່ມ​ມື້​ຈະ​ມາ​ເຖິງ, ອາ​ເມ​ລິ​ກາ ອາດ​ຈະ​ຍົກ​ອອກ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ສຳລັບ ສປປ ​ເກົາຫຼີ , ​ໃນ​ນັ້ນ​ອາດ​ຈະ​ເລັ່ງ​ໃສ່​ບັນດາ​ລະບອບ​ການ​ເງິນ ​ແລະ ບັນດາ​ບໍລິສັດ​ຢູ່ ສປປ​ເກົາຫຼີ. ​ໃນ​ຂະນະ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ ສ​ເກົາຫຼີ ກໍ່​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການລະ​ເມີດ​ບັນດາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ຢ່າງ“ຈະ​ແຈ້ງ“.


ຕອບກັບ

ຂ່າວ/ບົດ​ອື່ນ