ສປປ.ເກົາຫຼີຢັ້ງຢືນຍິງລູກສອນໄຟນຳວິຖີລຸ້ນໃໝ່ຈາກກ່ຳປັ່ນດຳນ້ຳບັນລຸຜົນສຳເລັດ

(VOVWORLD) -ສະພາມະຫາບັນດິດວິທະຍາສາດປ້ອງກັນຊາດຂອງປະເທດນີ້ ໄດ້ຍິງທົດລອງລູກສອນໄຟນຳວິຖີລຸ້ນໃໝ່ ຈາກກ່ຳປັ່ນດຳນ້ຳ (SLBM) ບັນລຸຜົນສຳເລັດ.
ສປປ.ເກົາຫຼີຢັ້ງຢືນຍິງລູກສອນໄຟນຳວິຖີລຸ້ນໃໝ່ຈາກກ່ຳປັ່ນດຳນ້ຳບັນລຸຜົນສຳເລັດ - ảnh 1ສປປ.ເກົາຫຼີ ຍິງທົດລອງລູກສອນໄຟນຳວິຖີລຸ້ນໃໝ່
(ພາບ: AFP/TTXVN)

ວັນທີ 20 ຕຸລາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ, ສະພາມະຫາບັນດິດວິທະຍາສາດປ້ອງກັນຊາດຂອງປະເທດນີ້ ໄດ້ຍິງທົດລອງລູກສອນໄຟນຳວິຖີລຸ້ນໃໝ່ ຈາກກ່ຳປັ່ນດຳນ້ຳ (SLBM) ບັນລຸຜົນສຳເລັດ. ຕາມ KCNA ແລ້ວ, SLBM ລຸ້ນໃໝ່, ດ້ວຍເຕັກໂນໂລຊີນຳທາງທັນສະໄໝ, ຈະປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນເລື່ອງນຳເຕັກໂນໂລຊີປ້ອງກັນຊາດຂອງສປປ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່ ແລະ ປັບປຸງກຳລັງຄວາມສາມດການເຄື່ອນໄຫວໃຕ້ນ້ຳຂອງແມ່ທັບເຮືອ.

        ກ່ອນໜ້ານັ້ນ, ວັນທີ 19 ຕຸລາ, ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟໄລຍະສັ້ນ ເຊິ່ງໄດ້ຮັບຖືວ່າແມ່ນ SLBM ຈາກເຂດໃກ້ກັບ Sinpo, ເຊິ່ງແມ່ນເຂດມີໂຮງງານຕໍ່ກ່ຳປັ່ນດຳນ້ຳຕົ້ນຕໍຂອງ ພຽງຢາງ. ນີ້ແມ່ນການທົດລອງອາວຸດຄັ້ງທີ 8 ຂອງ ສປປ.ເກົາຫຼີ ນັບແຕ່ຕົ້ນປີມາຮອດປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ