ສປປ.ເກົາຫຼີຢຸດຕິການທົດລອງນິວເຄຼຍຊ່ວຍເປີດກວ້າງແງ່ຫວັງເສດຖະກິດສ.ເກົາຫຼີ

(VOVWORLD) -ວັນທີ 21 ເມສາ, ວົງການນັກສັງເກດຕະຫຼາດ ໃຫ້ຮູ້ວ່າ, ວັນທີ 20 ເມສາ, ສປປ.ເກົາຫຼີ ຕັດສິນໃຈຢຸດຕິການທົດລອງນິວເຄຼຍ ແລະ ລູກສອນໄຟນຳວິຖີ ເຊິ່ງຄາດວ່າຈະເຮັດໃຫ້ຫຼຸດຜ່ອນບັນດາຄວາມຂາດສະຖຽນລະພາບທີ່ກ່ຽວຂ້ອງເຖິງຄວາມສ່ຽງດ້ານພູມສາດການເມືອງໃນພື້ນຖານເສດຖະກິດສ.ເກົາຫຼີ.

ສປປ.ເກົາຫຼີຢຸດຕິການທົດລອງນິວເຄຼຍຊ່ວຍເປີດກວ້າງແງ່ຫວັງເສດຖະກິດສ.ເກົາຫຼີ - ảnh 1

ສປປ.ເກົາຫຼີຢຸດຕິການທົດລອງນິວເຄຼຍຊ່ວຍເປີດກວ້າງແງ່ຫວັງເສດຖະກິດສ.ເກົາຫຼີ 

(ພາບປະກອບ: YonhapTTXVN)

ສື່ມວນຊົນແຫ່ງລັດສປປ.ເກົາຫຼີ ໃຫ້ຮູ້ວ່າ, ປະເທດນີ້ຈະຢຸດຕິບັນດາເຫດທົດລອງນິວເຄຼຍ ແລະ ລູກສອນໄຟ ພ້ອມທັງປິດປະຕູເດີ່ນທົດລອງນິວເຄຼຍເດີ່ນໜຶ່ງໄວ້ ເພື່ອສຸມໃສ່ເຂົ້າໃນການພັດທະນາເສດຖະກິດ. ຖະແຫຼງການດັ່ງກ່າວຖືກຍົກອອກມາ ກ່ອນບັນດາການພົບປະຄັ້ງສຸດຍອດລະຫວ່າງ ສ.ເກົາຫຼີ  - ສປປ.ເກົາຫຼີ ແລະ ອາເມລິກາ - ສປປ.ເກົາຫຼີ. ການກະທຳດັ່ງກ່າວໄດ້ຊ່ວຍວົງການນັກລົງທຶນສ.ເກົາຫຼີ ມີຄວາມຫວັງຕື່ມອີກກ່ຽວກັບເລື່ອງຫຼຸດຜ່ອນຄວາມເຄັ່ງຕຶງໃນແຫຼມເກົາຫຼີ ເຊິ່ງເຄີຍໄດ້ຮັບຖືວ່າແມ່ນ ເຫດຜົນຕົ້ນຕໍເຮັດໃຫ້ໃບຫຸ້ນຢູ່ພາຍໃນປະເທດຖືກກຳນົດລາຄາຕ່ຳໃນຊຸມທົດສະວັດຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ