ສປປ.ເກົາຫຼີຢືນຢັນຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ

(VOVWORLD) -ວັນທີ 29 ກໍລະກົດ, ສຳນັກຂ່າວສານສປປ.ເກົາຫຼີ (KCNA) ຢືນຢັນຂໍ້ມູນຂ່າວກ່ຽວກັບເຫດຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM) ຂອງປະເທດນີ້.
ສປປ.ເກົາຫຼີຢືນຢັນຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ - ảnh 1(ພາບປະກອບ: EPA/TTXVN)

ຄຳຖະແຫຼງຂອງ KCNA ຢືນຢັນວ່າ, ການຍິງທົດລອງລູກສອນໄຟ ICBM Hwasong 14 ບັນລຸຜົນສຳເລັດ. ພາກຂ່າວຂອງ KCNA ໃຫ້ຮູ້ວ່າ, ເຫດຍິງທົດລອງລູກສອນໄຟໄດ້ດຳເນີນຕາມຄຳສັ່ງຂອງການນຳສປປ.ເກົາຫຼີ Kim Jong un. ທ່ານ Kim Jong un ຢືນຢັນວ່າ, ໂຄງການພັດທະນາອາວຸດຂອງສປປ.ເກົາຫຼີ ແມ່ນຊັບສົມບັດອັນລ້ຳຄ່າ ບໍ່ສາມາດປ່ຽນແທນ ຫຼື ຖອນຄືນໄດ້. ທ່ານ Kim Jong un ເນັ້ນໜັກວ່າ, ເຫດຍິງລູກສອນໄຟຄັ້ງຫຼ້າສຸດແມ່ນການ “ກ່າວເຕືອນຢ່າງເຂັ້ມງວດ” ສຳລັບອາເມລິກາ ແລະ ເຫດຍິງລູກສອນໄຟໄດ້ພິສຸດໃຫ້ເຫັນວ່າ ຜືນແຜ່ນດິນທັງໝົດຂອງອາເມລິກາ ລ້ອນແຕ່ນອນໃນໄລຍະຍິງລູກສອນໄຟຂອງສປປ.ເກົາຫຼີ.

        ໃນຂະນະນັ້ນ, ວັນທີ 28 ກໍລະກົດ, ທຳນຽບ 5 ແຈ ໄດ້ແຈ້ງວ່າ, ວົງການທະຫານແຖວໜ້າຂອງອາເມລິກາ ແລະ ສ.ເກົາຫຼີ ໄດ້ປຶກສາຫາລືບັນດາ “ປະຕິກິລິຍາດ້ານການທະຫານ” ພາຍຫຼັງສປປ.ເກົາຫຼີ ດຳເນີນເຫດຍິງທົດລອງລູກສອນໄຟ ICBM ໃນວັນດຽວກັນ. ໃນວັນທີ 28 – 29 ກໍລະກົດ, ສ.ເກົາຫຼີ, ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ສະຫະພາບເອີລົບ ກໍໄດ້ແກສຽງຄັດຄ້ານເຫດຍິງລູກສອນໄຟ ICBM ຂອງສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ