ສປປເກົາຫລີກ່າວເຕືອນຈະຍົກເລີກສັນຍາຢຸດຮົບ

ສປປເກົາຫລີກ່າວເຕືອນຈະຍົກເລີກສັນຍາຢຸດຮົບ - ảnh 1
ພາບປະກອບ:internet


(vovworld) -  ວັນ​ທີ 5/3, ກອງ​ບັນຊາ​ການ​ສູງ​ສຸດ​ກອງທັບ ສປປ ​ເກົາຫລີ ກ່າວ​ເຕືອນ​ວ່າ​ຈະ​ຍົກ​ເລິກ​ສັນຍາ​ຢຸດ​ຮົບ​ຊື່​ງ​ໄດ້​ຮັບ​ການ​ລົງ​ນາມ​ພາຍຫລັງ​ສົງຄາມ​ລະຫວ່າງ​ເກົາຫລີ​ໄລຍະ​ແຕ່ ປີ 1950-1953. ​ໃນ​ຖະ​ແຫລ​ງການ​ທາງ​ໂທລະພາບ​ແຫ່ງ​ລັດ ​ທ່ີກ່າວ​ປະນາ​ມນະ​ໂຍບາຍ​ເປັນ​ປໍ​ລະ​ປັກ​ຂອງ ອາ​ເມ​ລິ​ກາ ​ແລະ ​ສ​ເກົາຫລີ​ ສຳລັບ ສປປ ​ເກົາຫລີ, ​ໂຄສົກ​ກອງທັບ ສປປ ​ເກົາຫລີ ​ໄດ້​ຢືນຢັນ​ວ່າ: ກອງທັບ​ປະ​ເທ​ດນີ້​ຈະ​ມີ​ບັນດາ​ມາດ​ຕະການ​ໂຕ້​ຕອບ​ຫລາຍ​ກວ່າ ​ແລະ ​ແຂງ​ແຮງ​ກວ່າ. ປະ​ເທດ​ນີ້ ກໍ​ໄດ້​ຕັດໂທລະສັບ​ສາຍ​ດ່ວນ ​ແລະ ຢຸດຕິວຽກ​ງານ​ຂອງ​ຄະນະ​ຜູ້​ຕາງຫນ້າ​ຂອງ​ຕົນ​ຢູ່​ໝູ່​ບ້ານ​ຢຸດ​ຮົບ Panmunjom ຊົ່ວຄາວ ຊື່​ງ​ແມ່ນ​​ແຫ່ງ​ທີ່​ບັນດາ​ຜູ້ຕາງຫນ້າຂອງ ພຽງ​ຢາງ ​ແລະ ​ເຊີ​ອຸູນ ​ເຄີຍ​ດຳ​ເນີນ​ການ​ພົບ​ປະ, ພົວພັນ​ຕິດ​ຕໍ່ ​ແລະ ​ແລກປ່ຽນ​ສອງ​ຝ່າຍ​ຄັ້ງ​ຕ່າງໆ. ຖະ​ແຫລ​ງການ​ດັ່ງກ່າວ​ຖືກ​ຍົກ​ອອກມາ ພາຍຫລັງ ທີ່ອາ​ເມ​ລິ​ກາ ​ແລະ ສ​ເກົາຫລີ ​ເລີ່​ມຕົ້ນ​ການ​ຊ້ອມ​ຮົບ​ຮ່ວມ​ປະຈຳ​ປີ​ຢ່າງ​ເປັນ​ທາງ​ການ ຊື່​ງ​ແກ່ຍາວ​ແຕ່​ວັນ​ທີ 1/3 - 30/4.

ຂ່າວ/ບົດ​ອື່ນ