ສປປເກົາຫລີຈະສືບຕໍ່ທົດລອງຫົວລູກປືນນິວເຄຼຍແລະລູກສອນໄຟ

ສປປເກົາຫລີຈະສືບຕໍ່ທົດລອງຫົວລູກປືນນິວເຄຼຍແລະລູກສອນໄຟ - ảnh 1
ຜູ​້​ນຳ Kim Jong Un

(vovworld)-​ວັນ​ທີ 15/3, ສຳ​ນັກ​ຂ່າວ​ສານ​ສູນ​ກາງ ສ​ປ​ປ ເກົາ​ຫລີ KCNA ໄດ້​ໃຫ້​ຂ່າວ​ວ່າ ຜູ​້​ນຳ Kim Jong Un ຖະ​ແຫລງວ່າ ປະ​ເທດນີ້ ຈະ​ດຳ​ເນີນ​ການ​ທົດ​ລອງ​ໃຫ້​ລະ​ເບີດຫົວ​ລູກ​ປືນ​ນິວ​ເຄຼຍ​​ຫນ່ວຍ​ຫນຶ່ງ ແລະ ທົດ​ລອງ​ບັນ​ດາ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ສາ​ມາດ​ນຳ​ຫົວ​ລູກ​ປືນ​ນິວ​ເຄຼຍ “ໃນ​ໄລ​ຍະ​ສັ້ນ”. ທ່ານ Kim Jong Un ຍົກ​ອອກ​ຄຳ​ຖະ​ແຫລງ​ດັ່ງ​ກ່າວ ເມື່ອ​ທ່ານ​ຊີ້​ນຳ​ການຈຳ​ລອງ​ສິ່ງ​ແວດ​ລ້ອມ​ຫົວ​ລູກ​ປືນ​ຕິດສ່​ລູກ​ສອນ​ໄຟ​ນຳ​ວິ​ຖີ​ເພື່ອ​ໃຫ້​ກັບ​ຄືນ​ສູ່​ຊັ້ນ​ໂອ​​ຊົນ. ຕາມ KCNA ແລ້ວ, ບັນ​ດາ​ໝາກ​ຜົນ​​ຂອງ​ການ​ທົດ​ລອງ​ຕອບ​ສະ​ຫນອງ​ໄດ້​ບັນ​ດາ​ຕົວ​ເລກ​ເຕັກ​ນິກ. ຜູ້​ນຳ ສ​ປ​ປ ເກົາ​ຫລີ ຊີ້​ແຈ້ງວ່າ: ບັນ​ດາ​ການ​ທົດ​ລອງ​ດັ່ງ​ກ່າວ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ “ຄວາມ​ສາ​ມາດ​ບຸກ​ໂຈມ​ຕີ​ນິວ​ເຄຼຍ” ຂອງ​ປະ​ເທດນີ້.

 

 

ຂ່າວ/ບົດ​ອື່ນ