ສປປເກົາຫລີຢັ້ງຢືນຄືນໃຫມ່ ພຽງຢາງ ໄດ້ນຶກຄິດເຖິງເລື່ອງລົບລ້າງທັງໝົດຮາກຖານນິວເຄຼຍYongbyo

(VOVWORLD) - ວັນທີ 2 ມີນາ, ທ່ານຮອງລັດຖະມົນຕີ ສປປ ເກົາຫລີ Choe Son hui ໄດ້ຢັ້ງຢືນຄືນວ່າ: ທີ່ກອງປະຊຸມສຸດຍອດຄັ້ງທີ 2 ຢູ່ ຮ່າໂນ້ຍ, ການນຳ ສປປ ເກົາຫລີ Kim Jong un ໄດ້ນຶກຄິດເຖິງການລົບລ້າງທັງໝົດຮາກຖານນິວເຄຼຍ ຢູ່ YongByon ເຄີຍໄດ້ຮັບຖືວ່າ “ແມ່ນຫົວໃຈ”ຂອງໂຄງການນິວເຄຼຍ ຂອງ ສປປ ເກົາຫລີ.

ສປປເກົາຫລີຢັ້ງຢືນຄືນໃຫມ່ ພຽງຢາງ ໄດ້ນຶກຄິດເຖິງເລື່ອງລົບລ້າງທັງໝົດຮາກຖານນິວເຄຼຍYongbyo - ảnh 1 ຮາດຖານນິວເຄຼຍ  Yongbyon

ພາບ:vietnam+

ກ່າວຄຳເຫັນທີ່ກອງປະຊຸມຖະແຫລງຂ່າວຢູ່ ໂຮມແຮມ Melia  ຮ່າໂນ້ຍ, ທ່ານນາງ Choe Son hui ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ໄດ້ຊີ້ແຈ້ງທັດສະນະຂອງຕົນວ່າ ພວກຂ້າພະເຈົ້າ ຈະລົບລ້າງທັງໝົດຮາກຖານນິວເຄຼຍ  Yongbyon. ຄຳຢືນຢັນດັ່ງກ່າວຖືກຍົກອອກມາ ເພື່ອແນໃສ່ຕອບຄຳຖາມທີ່ກ່ຽວຂ້ອງເຖິງຄຳວິຈານຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ວ່າ ພຽງຢາງ ບໍ່ເຮັດແຈ້ງສິ່ງທີ່ເຂົາເຈົ້າຈະພ້ອມແລ້ວປະຕິບັດໃນຂໍ້ສະເຫນີລົບລ້າງທັງໝົດຮາກຖານນິວເຄຼຍ Yongbyon.

ຕອບກັບ

ຂ່າວ/ບົດ​ອື່ນ