ສປປເກົາຫລີອະນຸຍາດໃຫ້ຄະນະເຈົ້າຫນ້າທີ່ສາກົນເຖິງKesong

ສປປເກົາຫລີອະນຸຍາດໃຫ້ຄະນະເຈົ້າຫນ້າທີ່ສາກົນເຖິງKesong - ảnh 1
ເຂດອຸດສາຫະກຳ Kesong
photo: internet

(vovworld)-  ຄາດ​ວ່າ​ຄະນະ​ຜູ້ຕາງຫນ້າ​ມີ​ສະມາຊິກ 30 ທ່ານ ຈ​ະ​ເດີນທາງ​ເຖິງ Kesong  ​ໃນ​ວັນ​ທີ 19/12. ຄະນະ​ຜູ້​ຕາງຫນ້າລວມມີບັນດາ​ທ່າ​ນຮອງ​ລັດຖະມົນຕີ​ມາ​ຈາກ 20 ພື້ນຖານ​ເສດຖະກິດ​ຊັ້ນ​ນຳ​ຂອງ​ໂລກ ກໍ​ຄື​ບັນດາ​ເຈົ້າຫນ້າ​ທີ່​ຂອງ​ກອງ​ທຶນ​ເງິນ​ຕາ​ສາກົນ ​ແລະ ທະນາຄານ​ພັດທະນາ​ອາຊີ. ຕາມ​ໂຄສົກ​ກະຊວງ​ທ້ອນ​ໂຮມ​ຊາດ ສ​ເກົາຫລີ Kim Eyi Do ​ແລ້ວ,​ ​ເຫດການ​ນີ້ ຈະ​ປະກອບ​ສວນ​ເຂົ້າ​ໃນ​ວິວັດທະນາ​ການ​ໂລກາ​ພິວັດ​ເຂດ​ອຸດສາຫະກຳ​ລວມ Kesong. ​ໃນ​ວັນ​ທີ 13/12, ສ​ເກົາຫລີ ​ແລະ ສປປ ​ເກົາຫລີ ​ເຫັນ​ດີ ຈັດ​ຕັ້ງ​ວາລະ​ປຶກສາ​ຫາລື​ຄັ້ງ​ທີ 4 ຂອງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ລວມ​ເຂດ​ອຸດສາຫະກຳ​ດັ່ງກ່າວ.

 

 

ຂ່າວ/ບົດ​ອື່ນ