ສປປ.ເກົາຫລີຮຽກຮ້ອງ ໃຫ້ອາເມລິກາຈົ່ງດຳເນີນ ການກະທຳອັນແທດຈິງ ເພື່ອສັນຕິພາບ

ສປປ.ເກົາຫລີຮຽກຮ້ອງ ໃຫ້ອາເມລິກາຈົ່ງດຳເນີນ ການກະທຳອັນແທດຈິງ ເພື່ອສັນຕິພາບ - ảnh 1

(ພາບ:baotintuc.vn)

(vovworld)- ວັນ​ທີ 23/6 ສປປ ​ເກົາ​ຫລີ ​ໄດ້​ກ່າວ​ຫາ​​ອາ​ເມ​ລິ​ກາ​ ​ເຮັດ​ໃຫ້ສະພາບ​ການ​ໃນແຫລມ​ເກົາຫລີ ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ພ້ອມ​ທັງ​ຮຽກຮ້ອງ​​ໃຫ້​ວໍ​ຊິງ​ຕັນ ຈົ່ງ​ມີ​ການ​ກະທຳ​ອັນ​ແທດ​ຈິງ​ຖ້າ​ຫາກ​​ຢາກ​ມີ​ສັນຕິພາບ. ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫລີ (KCN) ​ໄດ້​ຄັດ​ສະ​ເໜີ​ບົດ​ວິຈານທີ່​ລົງ​ພິມ​ໃນ​ໜັງສືພິມ Rodong Sinmun ຂອງ​ພັກ​ແຮງ​ງານ ສປປ​ເກົາຫລີ ​ໂດຍ​ເນັ້ນໜັກ​ວ່າ: “ອາ​ເມ​ລິ​ກາ ​ແມ່ນ​ຜູ້​​ເຮັດ​ໃຫ້​ໃຫ້ສະພາບ​ການ​ໃນແຫລມ​ເກົາຫລີ ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ​ແລະ ຖ້າ​ຢາກ​ມີ​ສັນຕິພາບ ອາ​ເມ​ລິ​ກາ ຕ້ອງ​ມີ​ການ​ກະທຳ​ອັນ​ແທດ​ຈິງ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ເພີ່ມ​ທະວີ​ກຳລັງ​ອາວຸດ, ນາບ​ຂູ່​ສົງຄາມ ​ແລະ ປະ​ເທດ​ອື່ນໆ”. ກ່ອນ​ໜ້ານັ້ນ, ທ່ານ Sin Son Ho ​ເອກ​ອັກຄະ​ລັດຖະທູດ ສປປ ​ເກົາຫລີ ປະຈຳ ສປຊ ​ໄດ້​ຮຽກຮ້ອງ​ໃຫ້ ສປຊ ​ແລະ ອາ​ເມ​ລິ​ກາ ຈົ່ງ​ຍົກ​ເລິກ​ບັນດາ​ຄຳສັ່ງ​ລົງ​ໂທດ​ຕໍ່ ສປປ ​ເກົາຫລີ ​ແຕ່​ອາ​ເມ​ລິ​ກາ​ ພັດ ປະຕິ​​ເສດ​ຄຳ​ຮຽກຮ້ອງ​ດັ່ງກ່າວ.

 

 

 

ຂ່າວ/ບົດ​ອື່ນ