ສ​ປ​ປ.ເກົາ​ຫລີ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ເຫດ​ຍິງ​ທອດ​ລົງ​ລູ​ກ​ສອນ​ໄຟນຳ​ວິ​ຖີ​​ຂ້າມ​ທະ​ວີບໃນ​ວັນ​ທີ 16 ມີ​ນາ

(VOVWORLD) -ເຫດຍິງ ICBM Hwasong-17 ແມ່ນເພື່ອແນໃສ່ຍົກອອກຄຳກ່າວເຕືອນຢ່າງແຮງກ່ວານີ້ອີກຕໍ່ບັນດາສັດຕູທີ່ມີເຈດຈຳນົງເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ແຫຼມເກົາຫຼີ
ສ​ປ​ປ.ເກົາ​ຫລີ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ເຫດ​ຍິງ​ທອດ​ລົງ​ລູ​ກ​ສອນ​ໄຟນຳ​ວິ​ຖີ​​ຂ້າມ​ທະ​ວີບໃນ​ວັນ​ທີ 16 ມີ​ນາ - ảnh 1ເຫດຍິງລູກສອນໄພນຳວິຖີຂ້າມທະວີບຂອງສປປ.ເກົາຫຼີ (ພາບ: YONHAP/TTXVN)

ວັນທີ 17 ມີນາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ເອົາລົງຂ່າວທີ່ວ່າ ວັນທີ 16 ມີນາ, ຄະນະພັກການທະຫານສູນກາງພັກແຮງງານ ສປປ.ເກົາຫຼີ ໄດ້ດຳເນີນເຫດຍິງລູກສອນໄຟນຳວິຖີຂ້າມທະວີບ (ICBM) Hwasong-17 ໃນສະພາບການຄວາມໝັ້ນຄົງຢູ່ແຫຼມເກົາຫຼີພວມຕົກເຂົ້າສູ່ສະພາບການຂາດສະຖຽນລະພາບທີ່ສຸດ ຍ້ອນບັນດາການເຄື່ອນໄຫວຊ້ອມຮົບຮ່ວມຂະໜາດໃຫຍ່ທີ່ມີລັກສະນະເກາະຜິດຂອງ ອາເມລິກາ ແລະ ສ.ເກົາຫຼີກໍ່ຂຶ້ນ.

        ເຫດຍິງ ICBM Hwasong-17 ແມ່ນເພື່ອແນໃສ່ຍົກອອກຄຳກ່າວເຕືອນຢ່າງແຮງກ່ວານີ້ອີກຕໍ່ບັນດາສັດຕູທີ່ມີເຈດຈຳນົງເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ແຫຼມເກົາຫຼີ, ພ້ອມທັງສະແດງໃຫ້ເຫັນການໂຕ້ຕອບຢ່າງແຂງກະດ້າງຕໍ່ບັນດາຄຳນາບຂູ່ດ້ານການທະຫານ ທີ່ໄຮ້ຄວາມຮັບຜິດຊອບ ແລະ ມີລັກສະນະຖືເບົາ ໂດຍບໍ່ຫົວຊາຕໍ່ຄຳກ່າວເຕືອນທີ່ເຂັ້ມງວດຈາກ ສປປ.ເກົາຫລີ.

ຕອບກັບ

ຂ່າວ/ບົດ​ອື່ນ