ສປປເກົາຫລີໃຫ້ສັດຕະຍາບັນຂໍ້ຕົກລົງໂຕ້ຕອບການທະຫານຕ້ານອາເມລິກາ

ສປປເກົາຫລີໃຫ້ສັດຕະຍາບັນຂໍ້ຕົກລົງໂຕ້ຕອບການທະຫານຕ້ານອາເມລິກາ - ảnh 1
ທ່ານ Kim Jong-Un ປືກສາຫາລືແຜນການບຸກໂຈມຕີດ້ວຍລູກສອນໄຟ
ພາບ:internet


(vovworld) -  ວັນ​ທີ 4/4, ສປປ ​ເກົາຫລີ ຖະ​ແຫລ​ງວ່າ ອາດ​ຈະ​ດຳ​ເນີນ​ການ​ໂຕ້​ຕອບ​ການ​ທະຫານ​ຢ່າງ​ແຂງ​ແຮງເພື່ອ​ຕ້ານ ອາ​ເມ​ລິ​ກາ ພາ​ຍຫລັງ ທີ່ອາ​ເມ​ລິ​ກາ​ມີ​ການ​ກະທຳ​ເກາະ​ຜິດ​ໃນ​ຊຸມ​ມື້​ຜ່ານ​ມາ. ສຳນັກ​ຂ່າວສານ​ສູ​ນກາງ ສປປ ​ເກົາຫລີ​ໄດ້​ຄັດ​ສະ​ເຫ​ນີຄຳ​   ຖະ​ແຫລ​ງຂອງ​ກອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ສປປ ​ເກົາຫລີ​ໃຫ້​ຮູ້​ວ່າ: ກອງ​ບັນຊາ​ການ​ສູງ​ສຸດ​ໄດ້​​ໃຫ້​ສັດຕະຍາບັນ​ຂໍ້​ຕົກລົງ​ດັ່ງກ່າວ. ​ຖະ​ແຫລ​ງການ​ໄດ້​ຊີ້​ແຈງ​ວ່າ: ປະຊາຊົນ ​ແລະ ກອງທັບ​ ສປປ ​ເກົາຫລີ ພວມ​ສຸມ​ທຸກ​ກຳລັງ​ແຮງ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ກໍ​ຄື​ສະກັດ​ກັ້ນ​ສົງຄາມ​ນິວ​ເຄຼຍຂອງ​​ອາ​ເມ​ລິ​ກາ. ໃນ​ຂະນະ​ນັ້ນ, ກ່າວ​ຄຳ​ເຫັນ​ຈາກ ວໍ​ຊິງ​ຕັນ, ທ່ານ Chuck Hagel ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ວ່າ: ບັນດາ​ຄຳ​ນາບ​ຂູ່ ​ແລະ ການ​ກະທຳ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຂອງ ສປປ ​ເກົາຫລີ ​ແມ່ນ​ການ​ນາບ​ຂູ່​ຢ່າງ​ແທດ​ຈິງ ​ແລະ ຈະ​ແຈ້ງ ສຳລັບ​ອາ​ເມ​ລິ​ກາ ກໍ​ຄື​ບັນດາ​ປະ​ເທດ​ພັນທະ​ມິດ​ຄື: ຍີ່​ປຸ່ນ ​ແລະ ສ​ເກົາຫລີ. ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​​ໃຫ້​ຮູ້​ວ່າ: ຈະ​ຜັນ​ຂະຫຍາຍ​ລະບົບ​ລູກ​ສອນ​ໄຟ​ເຄື່ອນ​ທີ່​ເພື່ອ​ປົກ​ປັກ​ຮັກສາ​ບັນດາ​ຖານ​ທີ່​ໝັ້ນ​ທີ່ເກາະ Guam ຢູ່​ປາຊີ​ຟີ​ກ. ກ່ອນ​ຫນ້າ​ນັ້ນ ​ໃນ​ວັນ​ທີ 3/4 ສ​ເກົາ​ຫລີ ​ໄດ້​ເລັ່ງລັດ ສປປ ​ເກົາຫລີ ສືບຕໍ່​ການ​ເຄື່ອນ​ໄຫວ​ເຂົ້າ​ອອກ​ຂອງ​ກຳມະ​ກອນ ສ​ເກົາຫລີ​ຢູ່​ເຂດ​ອຸດສາຫະກຳ​ຮ່ວມ Kaesong ໃນເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​​ເປັນ​ປົກກະຕິ.

 

 

ຂ່າວ/ບົດ​ອື່ນ