ສ​ປ​ປ.ເກົາຫຼີ​ສືບ​ຕໍ່​ຍິງ​ທົດ​ລອງ​ລູກ​ສອນ​ໄຟ

(VOVWORLD) -ນີ້ແມ່ນການທົດລອງທີ 2 ໃນ 2 ວັນຢ່າງລຽນຕິດ ຈາກຝ່າຍ ສປປ.ເກົາຫຼີ, ພາບຫຼັງກ່າວເຕືອນວ່າ ຈະມີປະຕິກິລິຍາທາງການທະຫານຢ່າງຂຽວຂາດກ່ວາ” ຕໍ່ການຊ້ອມຮົບຮ່ວມຂອງອາເມລິກາ ແລະ ສຳພັນທະມິດ.

ສະພາເສນາທິການໃຫຍ່ ທະຫານປະສົມ ສ.ເກົາຫຼີ ຫາກໍ່ຢັ້ງຢືນວ່າ ສປປ.ເກົາຫຼີສືບຕໍ່ຍິງລູກສອນໄຟນຳວິຖີຢ່າງໜ້ອຍສຸດ 1 ລູກ ໃນຕອນເຊົ້າ ວັນທີ 18 ພະຈິກ. ເຖິງຢ່າງໃດກໍ່ຕາມ, ອົງການນີ້ບໍ່ລາຍງານປະເພດ ກ່ຽວກັບຊະນິດ ກໍ່ຄື ໄລຍະຍິງຂອງລູກສອນໄຟ. ນີ້ແມ່ນການທົດລອງທີ 2 ໃນ 2 ວັນຢ່າງລຽນຕິດ ຈາກຝ່າຍ ສປປ.ເກົາຫຼີ, ພາບຫຼັງກ່າວເຕືອນວ່າ ຈະມີປະຕິກິລິຍາທາງການທະຫານຢ່າງຂຽວຂາດກ່ວາ” ຕໍ່ການຊ້ອມຮົບຮ່ວມຂອງອາເມລິກາ ແລະ ສຳພັນທະມິດ. ນັບແຕ່ຕົ້ນປີມາຮອດປັດຈຸບັນ, ສປປ.ເກົາຫຼີ ໄດ້ປະຕິບັດການຍິງລູກສອນໄຟຫຼາຍຄັ້ງ ດ້ວຍຫຼາຍປະເພດທີ່ບັນລຸລະດັບສະຖິຕິ. ເດືອນຕຸລາ, ສປປ.ເກົາຫຼີ ໄດ້ຍິງປຶນໃຫຍ່ນັບສິບລູກອອກສູ່ເຂດທະເລຕິດກັບ ສ.ເກົາຫຼີ ແລະ ຍີ່ປຸ່ນ ກົງກັບເວລາ ທີ່ອາເມລິກາ ຈັດຕັ້ງການຊ້ອມຮົບຮ່ວມເປັນຫຼາຍມື້ກັບສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ