ສ​ປ​ປ.ເກົາຫຼີ​ຮັບ​ຮອງ​ເອົາ​ແຜນ​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ເສດ​ຖະ​ກິດ 5 ​ປີໄລ​ຍະ​ໃໝ່

(VOVWORLD) -ວັນທີ 18 ມັງກອນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ ກອງປະຊຸມຄັ້ງທີ 4 ຂອງ ສະພາປະຊາຊົນສູງສຸດ (SPA) ໝາຍຄວາມວ່າແມ່ນ ສະພາແຫ່ງຊາດ ສປປ.ເກົາຫຼີ ຊຸດທີ 14 ໄດ້ຈັດກອງປະຊຸມໃນວັນທີ 17 ມັງກອນຢູ່ຫໍປະຊຸມ Mansudae.
ສ​ປ​ປ.ເກົາຫຼີ​ຮັບ​ຮອງ​ເອົາ​ແຜນ​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ເສດ​ຖະ​ກິດ 5 ​ປີໄລ​ຍະ​ໃໝ່ - ảnh 1ການນຳ ສປປ.ເກົາຫຼີ Kim Jong – un ເຂົ້າຮ່ວມພິທີກວດທະຫານຢູ່ພຽງຢາງ ໃນວັນທີ 15 ມັງກອນ 2021 (ພາບ: KCNA/TTXVN)

ກອງປະຊຸມໄດ້ເຫັນດີເປັນເອກະພາບກ່ຽວກັບເນື້ອໃນໂຄງການດຳເນີນງານ ລວມມີ 3 ບັນຫາຄືແຕ່ງຕັ້ງບຸກຄະລາກອນລັດຖະບານ, ກ່ຽວກັບການປະຕິບັດແຜນການ 5 ປີແຫ່ງການພັດທະນາທີ່ໄດ້ວາງອອກຢູ່ກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກແຮງງານ ສປປ.ເກົາຫຼີທີ່ຜ່ານມາຢ່າງຮອບດ້ານ, ກໍ່ຄືຕີລາຄາການປະຕິບັດງົບປະມານແຫ່ງລັດ ປີ 2020 ແລະ ຮ່າງງົບປະມານແຫ່ງລັດປີ 2021.

        ທ່ານ Kim Tok – hun ນາຍົກລັດຖະມົນຕີ ສປປ.ເກົາຫຼີເນັ້ນໜັກວ່າ ໃນແຜນການ 5 ປີແຫ່ງການພັດທະນາເສດຖະກິດແຫ່ງຊາດໃໝ່, ຂະແໜງເຄມີ ແລະ ຫຼອມໂລຫະຈະແມ່ນ 2 ເສົາຄ້ຳຂອງເສດຖະກິດແຫ່ງຊາດ ແລະ ໄດ້ຮັບການບຸລິມະສິດພັດທະນາ.  ລັດຖະບານ ສປປ.ເກົາຫຼີຈະຜັນຂະຫຍາຍເສດຖະກິດຄືນຢ່າງຖືກທິດ ເພື່ອແນໃສ່ບັນລຸໄດ້ຄວາມໝັ້ນຄົງໜັ້ກແໜ້ນ, ການພັດທະນາແບບຍືນຍົງ, ບໍ່ຖືກຜົນສະທ້ອນຈາກປັດໄຈພາຍນອກ ກໍ່ຄືຮັກສາ.

ຕອບກັບ

ຂ່າວ/ບົດ​ອື່ນ