ສ​ປ​ປ.ເກົາຫຼີ​ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ ຢຸດ​ຕິ​ການ​ຊ້ອມ​ຮົບ​ຮ່ວມ

(VOVWORLD) -ວັນທີ 31 ຕຸລາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີແຫຼ່ງຂ່າວຈາກກະຊວງການຕ່າງປະເທດນີ້ ເຊິ່ງຮຽກຮ້ອງໃຫ້ອາເມລິກາ ແລະ ສ.ເກົາຫຼີ ຢຸດຕິການກະທຳ ທີ່ພາໄປເຖິງ “ບັນດາມາດຕະການໂຕ້ຕອບທີ່ຮ້າຍແຮງກ່ວາອີກ” ຈາກ ພຽງຢ່າງ. 
ສ​ປ​ປ.ເກົາຫຼີ​ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ ຢຸດ​ຕິ​ການ​ຊ້ອມ​ຮົບ​ຮ່ວມ - ảnh 1ອາເມລິກາ ແລະ ສ.ເກົາຫຼີດຳເນີນການຊ້ອມຮົບຮ່ວມ (ພາບ:  Reuters)

ວັນທີ 31 ຕຸລາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີແຫຼ່ງຂ່າວຈາກກະຊວງການຕ່າງປະເທດນີ້ ເຊິ່ງຮຽກຮ້ອງໃຫ້ອາເມລິກາ ແລະ ສ.ເກົາຫຼີ ຢຸດຕິການກະທຳ ທີ່ພາໄປເຖິງ “ບັນດາມາດຕະການໂຕ້ຕອບທີ່ຮ້າຍແຮງກ່ວາອີກ” ຈາກ ພຽງຢ່າງ. ກະຊວງການຕ່າງປະເທດ ສປປ.ເກົາຫຼີ ໄດ້ຕີລາຄາສະພາບການຢູ່ແຫຼມເກົາຫຼີ ແລະ ບັນດາເຂດອ້ອມຂ້າງ ໄດ້ກ້າວເຂົ້າສູ່ໄລຍະສູ້ຢັນກັນຢ່າງຮ້າຍແຮງ ຍ້ອນບັນດາການກະທຳດ້ານການທະຫານຢ່າງບໍ່ຢຸດຢັ້ງຂອງ ອາເມລິກາ ແລະ ສ.ເກົາຫຼີ.

        ກ່ອນໜ້ານັ້ນ, ສຳນັກຂ່າວສານ Yonhap ໄດ້ຄັດສະເໜີແຫຼ່ງຂ່າວຈາກວົງການເຈົ້າໜ້າທີ່ປະເທດນີ້ ໂດຍໃຫ້ຮູ້ວ່າ ອາເມລິກາ ແລະ ສ.ເກົາຫຼີ ໄດ້ເລີ່ມຕົ້ນການຊ້ອມຮົບທາງອາກາດ ທີ່ມີຊື່ວ່າ Vigilant Storm ໃນສະພາບທີ່ຍັງມີຄວາມວິຕົກກັງວົນວ່າ ສປປ.ເກົາຫຼີ ຈະດຳເນີນການທົດລອງອາວຸດນິວເຄຼຍ ຄັ້ງທຳອິດນັບແຕ່ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ