ສປປເກົາຫຼີເຝິກຊ້ອມຍີງລູກປືນໃຫຍ່ແທ້ໃນມື້ທີ 2 ຢ່າງລຽນຕິດ

ສປປເກົາຫຼີເຝິກຊ້ອມຍີງລູກປືນໃຫຍ່ແທ້ໃນມື້ທີ 2 ຢ່າງລຽນຕິດ - ảnh 1
(ພາ​ບ​ປະ​ກອບ​ຈາກ KCNA/EPA)

(vovworld) - ກອງທັບ ສ​ເກົາຫຼີ ​ແຈ້ງ​ໃຫ້​ຮູ້​ວ່າ, ວັນ​ທີ 14/5, ສປປ ​ເກົາຫຼີ ສືບ​ຕໍ່​ເຝິກຊ້ອມຍີ​ງລູກປືນ​​ໃຫຍ່ແທ້​ໃນມື້​ທີ 2 ຢ່າງ​ລຽນຕິດຢູ່​ເຂດ​ຊາຍ​ແດນ​ບົນ​ທະ​ເລ​ລະຫວ່າງ​ ສປປ ​ເກົາ​ຫຼີ ​ແລະ ສ ​ເກົາຫຼີີ. ສຳນັກ​ຂ່າວສານ Yonhap ​ໄດ້​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ສະພາ​ເສນາ​ທິການ​ໃຫຍ່​ທະຫານ​ປະສົມ ສ​ເກົາຫຼີ ​ໃຫ້​ຮູ້​ວ່າ, ສປປ ​ເກົາຫຼີ ​ເລີ່​ມດຳ​ເນີນ​ການ​ເຝິກຊ້ອມ​ຍິງ​ປືນ​ໃຫຍ່​ໃນ​ເວລາ 19 ​ໂມງ 10 ນາທີ, (ຕາມ​ເວລາ​ທ້ອງ​ຖີ່​ນ) ຢູ່​ໃກ້​ກັບ​ເຂດ​ຊາຍ​ແດນ​ທາງ​ທິດ​ເໜືອ (NLL), ​ແຕ່​ບໍ່​ມີ​ລູກປືນ​ໜ່ວຍ​ໃດ​ຕົກ​ໃສ່​ເຂດ​ທະ​ເລຂອງ ສ​ເກົາຫຼີ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 13/5, ສປປ ​ເກົາຫຼີ​ ໄດ້​ຍິງ​ລູດປືນ​ໃຫຍ່​ປະມານ 130 ໜ່ວຍ​ໃນ​ການ​ເຝິກຊ້ອມ​ມື້​ທຳ​ອິດ. ຝ່າຍ ສປປ ​ເກົາຫຼີ​ໄດ້​ແຈ້ງ​ໃຫ້​ຝ່າຍ ສ​ເກົາຫຼີ​ຮູ້ແຜນການ​ເຝິກຊ້ອມ​ຈະ​ດຳ​ເນີນ​ໃນ​ເວລາ 3 ວັນ ​ເຖິງ​ວັນ​ທີ 15/5.

ຂ່າວ/ບົດ​ອື່ນ