ສປປ.ເກົາຫຼີໃຫ້ຄຳໝັ້ນສັນຍາ “ປອດນິວເຄຼຍຢ່າງສິ້ນເຊິ່ງໃນແຫຼມເກົາຫຼີ”

(VOVWORLD) -ການພົບປະຄັ້ງສຸດຍອດລະຫວ່າງການນຳສປປ.ເກົາຫຼີ Kim Jong un ແລະ ທ່ານປະທານາທິບໍດີອາເມລິກາ Doland Trump ດຳເນີນໃນວັນທີ 12 ມິຖຸນາ, ຢູ່ສິງກະໂປ ໄດ້ສິ້ນສຸດລົງຢ່າງເປັນທາງການ ເມື່ອການນຳ 2 ປະເທດໄດ້ລົງນາມໃນຂໍ້ຕົກລົງສະບັບໜຶ່ງ.

ສປປ.ເກົາຫຼີໃຫ້ຄຳໝັ້ນສັນຍາ “ປອດນິວເຄຼຍຢ່າງສິ້ນເຊິ່ງໃນແຫຼມເກົາຫຼີ” - ảnh 1ຂໍ້ຕົກລົງທີ່ການນຳ 2 ປະເທດຫາກໍ່ລົງນາມ

(ພາບ: CNN)

ໃນຂໍ້ຕົກລົງດັ່ງກ່າວ, ການນຳ ສປປ.ເກົາຫຼີ Kim Jong un ໃຫ້ຄຳໝັ້ນສັນຍາ “ປອດນິວເຄຼຍຢ່າງສິ້ນເຊິງໃນແຫຼມເກົາຫຼີ”. ໃນຂະນະນັ້ນ, ອາເມລິກາ ໃຫ້ຄຳໝັ້ນສັນຍາກ່ຽວກັບບັນດາ “ການຮັບປະກັນຄວາມໝັ້ນຄົງ” ກັບສປປ.ເກົາຫຼີ. ຂໍ້ຕົກລົງດັ່ງກ່າວມຸ່ງໄປເຖິງການສ້າງຕັ້ງ “ບັນດາການພົວພັນແບບໃໝ່ລະຫວ່າງອາເມລິກາ - ສປປ.ເກົາຫຼີ”.

      ກ່າວຄຳເຫັນທີ່ພິທີລົງນາມກັບທ່ານປະທານາທິບໍດີອາເມລິກາ Donald Trump, ການນຳສປປ.ເກົາຫຼີ Kim Jong un ຢືນຢັນວ່າ ໂລກຈະເຫັນປະຈັກຕາ “ການປ່ຽນແປງຢ່າງໃຫຍ່ຫຼວງ” ແລະ ການນຳທັງ 2 ທ່ານ “ໄດ້ຕົກລົງປະລະອະດີດຕະການ”. ສ່ວນຝ່າຍອາເມລິກາ, ທ່ານປະທານາທິບໍດີ Trump ເນັ້ນໜັກວ່າ, ເອກະສານໄດ້ຮັບການລົງນາມແລ້ວແມ່ນ “ມີຄວາມສຳຄັນທີ່ສຸດ ແລະຮອບດ້ານ”; ພ້ອມທັງຢືນຢັນການພົວພັນລະຫວ່າງ 2 ປະເທດໃນປະຈຸບັນແມ່ນມີຄວາມແຕກຕ່າງແລ້ວ ແລະ ມີຄວາມເຊື່ອໝັ້ນ ການພົວພັນນີ້ແມ່ນ “ຈະມີຄວາມແຕກຕ່າງກັນຫຼາຍໃນອະນາຄົດ”. ທ່ານປະທານາທິບໍດີ Trump ໄດ້ເນັ້ນໜັກເຖິງວິວັດທະນາການປອດນິວເຄຼຍໃນແຫຼມເກົາຫຼີ ແລະ ຈະເລີ່ມຕົ້ນ “ຢ່າງວ່ອງໄວ” ແລະ ຢືນຢັນວ່າ ທ່ານພ້ອມແລ້ວທີ່ຈະພົບປະກັບການນຳ Kim Jong un ອີກຫຼາຍຄັ້ງ, ກໍຄືເຊື້ອເຊີນທ່ານ Kim Jong un ມາຢ້ຽມຢາມອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ