ສຸມ​​ກຳ​ລັງ​ເພື່ອ​ຍູ້​ໄວ​ການ​ຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) -ຫວ່າງມໍ່ໆມານີ້, ຢູ່ກອງປະຊຸມຍຸດທະສາດປີ 2022, ສະມາຄົມຊອັບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ໄດ້ສ້າງຄຳຂວັນໃຫ້ແກ່ປີ 2022 ວ່າ “ສຸມກຳລັງເພື່ອຫັນເປັນດີຈີຕອນ” ໂດຍຮຽກຮ້ອງໃຫ້ວິສາຫະກິດພ້ອມກັນຮ່ວມແຮງຮ່ວມໃຈກັບອົງການກ່ຽວຂ້ອງຂອງລັດຖະບານ ຍູ້ໄວການຫັນເປັນດີຈີຕອນ, ຊຸກຍູ້ການພັດທະນາເສດຖະກິດດີຈີຕອນ, ສັງຄົມ, ສ້າງປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ສັນຕິສຸກ.
ສຸມ​​ກຳ​ລັງ​ເພື່ອ​ຍູ້​ໄວ​ການ​ຫັນ​ເປັນ​ດີ​ຈີ​ຕອນ  - ảnh 1VINASA ສ້າງຕັ້ງ 8 ຄະນະກຳມະການວິຊາສະເພາະ (ພາບ: thoibaotaichinhvietnam.vn)

ພາຍຫຼັງທີ່ກຳນົດໄດ້ເປົ້າໝາຍການເຄື່ອນໄຫວຂອງສະມາຄົມໃນໄລຍະຈະມາເຖິງ ດ້ວຍລັກສະນະກຳນົດທິດຍຸດທະສາດຢ່າງມີແບບມີແຜນ ແລະ ອີງໃສ່ 3 ເສົາຄ້ຳຕົ້ນຕໍ ນັ້ນແມ່ນ: ເຕັກໂນໂລຢີ, ການເຊື່ອມຕໍ່ ແລະ ພັດທະນາປະຊາຄົມ ແລະບົນເນື້ອໃນຈິດໃຈຂອງຄະນະການນຳທີ່ໜຸ່ມແໜ້ນ, ກອງປະຊຸມໄດ້ສ້າງຕັ້ງ 8 ຄະນະກຳມະການວິຊາສະເພາະ ເຊິ່ງລວມມີ: ຄະນະກຳມະການຫັນວິສາຫະກິດເປັນດີຈີຕອນ, ຄະນະກຳມະການພັດທະນາລັດຖະບານ ດີຈີຕອນ; ຄະນະກຳມະການນະຄອນອັດສະລິຍະ; ຄະນະກຳມະການພັດທະນາປັນຍາປະດິດ; ຄະນະກຳມະການການລົງທຶນ ແລະ ພັດທະນາ startup; ຄະນະກຳມະການຮ່ວມມືສາກົນ, ຄະນະກຳມະການການເມືອງ ແລະ ຄະນະກຳມະການພັດທະນາປະຊາຄົມ.

     ການສ້າງຕັ້ງ 8 ຄະນະກຳມະການວິຊາສະເພາະໄດ້ກຳນົດບົດບາດ, ພາລະໜ້າທີ່ຂອງແຕ່ລະຄະນະຢ່າງຈະແຈ້ງ ເພື່ອແນໃສ່ສ້າງຄວາມເປັນມືອາຊີບ, ມີແບບມີແຜນ, ລຸລ່ວງ ແລະ ມີລັກສະນະຍຸດທະສາດຂອງ VINASA.

ຕອບກັບ

ຂ່າວ/ບົດ​ອື່ນ