ສຸມທຸກແຫລ່ງກຳລັງເພື່ອຍົກສູງຄຸນນະພາບກວດ,ປິ່ນປົວພະຍາດຢູ່ນະຄອນໂຮ່ຈິມີນ

ສຸມທຸກແຫລ່ງກຳລັງເພື່ອຍົກສູງຄຸນນະພາບກວດ,ປິ່ນປົວພະຍາດຢູ່ນະຄອນໂຮ່ຈິມີນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນ​ະຄອນ​ໂຮ່ຈິ​ມີນ
ພາບ: chinhphu.vn

(vovworld)-ຕອນ​ເຊົ້າ​ວັນ​ທີ 7/9 ຢູ່ ນະຄອນ​ໂຮ່ຈິ​ມີນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນ​ະຄອນ​ໂຮ່ຈິ​ມີນ ກ່ຽວ​ກັບ​ວຽກ​ງານ​ຫລຸດຜ່ອນ​ຈຳນວນ​ຄົນ​ເຈັບ​ເຂົ້າ​​ໂຮງໝໍ​ເກີນ​ຂອບ​ເຂດ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽ​ນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ: ຍາມ​ໃດ ພັກ, ລັດ ກໍ​​ມີ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ວຽກ​ງານ​ເບິ່ງ​ແຍງ, ຮັກສາ​ສຸຂະ​ພາບ​ໃຫ້​ແກ່​ປະຊາຊົນ, ຮຽກຮ້ອງ​ຕ້ອງ​ສຸມ​ທຸກ​ແຫ​ລ່ງກຳລັງ ​ແລະ ສ້າງ​ບາດກ້າວ​ບຸກທະລຸ​ໃນ​ຂົງ​ເຂດ​ນີ້​ເພື່ອ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ກວດ ​ແລະ ປິ່ນປົວ​ພະຍາດຂອງ​ປະຊາຊົນ​ນັບ​ມື້​ນັບ​ສູງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈງ​ວ່າ:

“ພວກ​ເຮົາ​ຕ້ອງ​ສຸ​ມ​​ແຫ​ລ່ງກຳລັງ​ເພື່ອ​ລົງທຶນ​​​ໃນ 5 ຂົງ​ເຂດ ໃຫ້​​ແກ່ ບັນດາ​ໂຮງໝໍ​ລົງ​ເລິກຂະ​ແຫນງຢູ່​ຂັ້ນ​ຮາກ​ຖານ​ທີ່​ມີ​ຄົນ​ເຈັບ​ເຂົ້າ​ກວດ, ປິ່ນປົວ​​ເກີນ​ຂອບ​ເຂດ ​ເພື່ອ​ປະກອບສ່ວນ​ຫລຸດຜ່ອນ​ຈຳນວນ​ຄົນ​ເຈັບ​ເຂົ້າ​ໂຮງໝໍ​ເກີນ​ຂອບ​ເຂດ, ທັງ​ຍົກ​ສູງ​ຄຸນ​ນະພາ​ບກວດ​,ປິ່ນປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ​. ນອກ​ນັ້ນ ​ແນະນ​ຳຖ່າຍ​ທອດ​ວິທະຍາ​ຍາດ​ເຕັກນິກ​ໃຫ້​ແກ່​ໂຮງໝໍ​ຂັ້ນຮາກ​ຖານ. ”

 

 

ຂ່າວ/ບົດ​ອື່ນ