ສົມທົບກັນຜັນຂະຫຍາຍວຽກງານການຕ່າງປະເທດປີ 2024

(VOVWORLD) - ກອງປະຊຸມໄດ້ແລກປ່ຽນຫຼາຍທິດທາງສົມທົບກັນ ແລະ ມາດຕະການຍົກສູງປະສິດທິຜົນວຽກງານສົມທົບກັນລະຫວ່າງ 4 ອົງການການຕ່າງປະເທດໃນໄລຍະຈະມາເຖິງ.
ສົມທົບກັນຜັນຂະຫຍາຍວຽກງານການຕ່າງປະເທດປີ 2024 - ảnh 1ກອງປະຊຸມສົມທົບກັນຜັນຂະຫຍາຍວຽກງານການຕ່າງປະເທດປີ 2024
(ພາບ: dangcongsan.vn)

        ກອງປະຊຸມສົມທົບກັນຜັນຂະຫຍາຍວຽກງານການຕ່າງປະເທດປີ 2024 ລະຫວ່າງ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ຈັດຂຶ້ນໃນຕອນບ່າຍວັນທີ 13 ສິງຫາ, ຢູ່ ຮ່າໂນ້ຍ.

        ກອງປະຊຸມໄດ້ຕີລາຄາວ່າ, ໃນໄລຍະຜ່ານມາ, ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ ດ້ວຍບັນດາປັດໃຈຂາດຄວາມສະຖຽນລະພາບ, ຍາກທີ່ຈະຄາດຄະເນໄດ້ລວງໜ້າ, ວຽກງານການຕ່າງປະເທດຂອງ ຫວຽດນາມ ສືບຕໍ່ໄດ້ຜັນຂະຫຍາຍຢ່າງເປັນເຈົ້າການ, ມີປະສິດທິຜົນ, ຄົບຊຸດ, ຮອບດ້ານ, ບັນລຸຜົນງານຫຼາຍຢ່າງທີ່ຕັ້ງໜ້າໃນທຸກຂົງເຂດ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ດຶງດູດບັນດາແຫຼ່ງກຳລັງສຳຄັນເພື່ອຮັບໃຊ້ເປົ້າໝາຍພັດທະນາເສດຖະກິດ - ສັງຄົມ, ຍົກສູງບົດບາດ, ອິດທິພົນຊື່ສຽງ, ທີ່ຕັ້ງຂອງ ຫວຽດນາມ.

        ກອງປະຊຸມໄດ້ແລກປ່ຽນຫຼາຍທິດທາງສົມທົບກັນ ແລະ ມາດຕະການຍົກສູງປະສິດທິຜົນວຽກງານສົມທົບກັນລະຫວ່າງ 4 ອົງການການຕ່າງປະເທດໃນໄລຍະຈະມາເຖິງ. ບັນດາອົງການກໍ່ເຫັນດີສົມທົບກັນໃນວຽກງານສຶກສາ, ບຳລຸງສ້າງ, ຍົກສູງຄຸນນະພາບຖັນແຖວພະນັກງານການຕ່າງປະເທດ ເພື່ອຕອບສະໜອງຄວາມຮຽກຮ້ອງພົວພັນຕ່າງປະເທດໃນສະພາບການໃໝ່ ແລະ ລະດົມ, ປັບປຸງ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ກຳລັງປະຕິບັດວຽກງານການຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ