ສົມທົບກັນລາດຕາເວນ, ຮັກສາຄວາມສະຫງົບ - ປອດໄພຢູ່ເຂດຊາຍແດນ ຫວຽດນາມ - ລາວ

ສົມທົບກັນລາດຕາເວນ, ຮັກສາຄວາມສະຫງົບ - ປອດໄພຢູ່ເຂດຊາຍແດນ ຫວຽດນາມ - ລາວ - ảnh 1
(ພາບປະກອບຈາກ Anh Tôn/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 26/8, ຢູ່ ຮ່າ​ໂນ້ຍ, ທ່ານພົນ​ຈັດຕະວາ ຟານ​ວັນ​ຢາງ, ຮອງ​ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານພັນ​​ເອກ ບຸນ​ທ່ຽງ ຈັນທະມຸງຄຸນ, ຫົວໜ້າ​ກົມ​ໃຫຍ່ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ສປປ ລາວ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ​ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, 2 ຝ່າຍ​ຢືນຢັນວ່າ​ສາຍ​ພົວພັນ​ການ​ທູດ​ປະຊາຊົນ, ພິ​ເສດ​ແມ່ນ​ໃນ​ເສັ້ນ​ຊາຍ​ແດນ ຫວຽດນາມ - ລາວ ຍາ​ມ​ໃດ​ກໍ່​ໄດ້​ຮັບ​ການ​ຮັກສາ​ເປັນ​ຢ່າງ​ດີ, ປະກອບສ່ວນ​ສ້າງ​ເສັ້ນຊາຍ​ແດນ​ສະຖຽນ​ລະ​ພາບ, ສັນຕິພາບ, ມິດຕະພາບ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ທະຫານ​ປ້ອງ​ກັນຊາ​ຍ​ແດນ ຫວຽດນາມ ​ແລະ ກົມ​​ໃຫຍ່​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ ລາວ ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ພົວພັນ​ແລກປ່ຽນ, ຮຳ່ຮຽນ​ເອົາ​ບົດຮຽນ, ​ແບ່ງປັນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ສົມທົບ​ກັນ​ລາດ​ຕາ​ເວນ​ເພື່ອ​ຮັກສາ​ຄວາມ​ສະຫງົບ, ສະຖຽນ​ລະ​ພາບທາງ​ການ​ເມືອງ​ຢູ່ເຂດ​ຊາຍ​ແດນ.

ຂ່າວ/ບົດ​ອື່ນ