ສື່ມວນ​ຊົນ ກູ​ບາ ເຊີດ​ຊູ​ຄຸນ​ຄ່າ​ຂອງ 75 ປີ ແຫ່ງວັນ​ປະ​ກາດ​ເອ​ກະ​ລາດ​ຂອງ ຫວຽດ​ນາມ

(VOVWORLD) -ເພື່ອສະເຫຼີມສະຫຼອງ 75 ປີ ແຫ່ງວັນຫວຽດນາມປະກາດເອກະລາດ (ວັນທີ 2/9/1945 – 2/9/2020), ສື່ມວນຊົນ ແລະ ບັນດາພາຫະນະສື່ມວນຊົນ ກູບາ ໄດ້ມີບົດຂຽນຫຼາຍບົດ ເຊີດຊູຄຸນຄ່າຂອງເຫດການປະຫວັດສາດດັ່ງກ່າວ ກໍຄື ຊີວິດ ແລະ ພາລະກິດຂອງປະທານໂຮ່ຈີມິນ.


ສື່ມວນ​ຊົນ ກູ​ບາ ເຊີດ​ຊູ​ຄຸນ​ຄ່າ​ຂອງ 75 ປີ ແຫ່ງວັນ​ປະ​ກາດ​ເອ​ກະ​ລາດ​ຂອງ ຫວຽດ​ນາມ - ảnh 1Micro ທີ່ປະທານໂຮ່ຈີມິນກ່າວບົດຖະແຫຼງການເອກະລາດ ໃນວັນທີ 2 ກັນຍາ 1945 (ພາບ: baotintuc.vn)

                ໜັງສືພິມລາຍວັນ Granma ໄດ້ລົງພິມບົດຂຽນກ່ຽວກັບຊີວິດຂອງ ປະທານໂຮ່ຈີມິນຂອງນັກຂ່າວອາວຸໂສ Marta Rojas. ຜູ້ຂຽນ ໄດ້ຫວນຄືນບັນດາຈຸດພົ້ນເດັ່ນໃນແຕ່ລະໄລຍະທີ່ແຕກຕ່າງກັນໃນພາລະກິດແຫ່ງການປະຕິວັດຂອງ ປະທານໂຮ່ຈີມິນ.

        ໃນຂະນະນັ້ນ, ສອງບົດຂຽນທີ່ມີຫົວຂໍ້ວ່າ “ຫວຽດນາມ ໄຊຊະນະຕະຫຼອດການ” ຂອງ Prensa Latina  ແລະ “ຫວຽດນາມ: 75 ປີ ແຫ່ງພື້ນຖານເອກະລາດປະທານໂຮ່ຈີມິນ” ຂອງ Cubadebate ໄດ້ພັນລະນາຄືນວິວັດແຫ່ງການຕໍ່ສູ້ຢ່າງບໍ່ຢຸດຢັ້ງຂອງຊາດຫວຽດນາມ ໃນ 3/4 ສະຕະວັດຜ່ານມາ, ນັບແຕ່ຕໍ່ສູ້ປົກປັກຮັກສາປະເທດຊາດ ຕະຫຼອດຮອດການສ້າງສາ ແລະ ພັດທະນາປະເທດຊາດ.

        ໜັງສືພິມ Juventud Rebelde  ອົງການກະບອກສຽງຂອງ ຄະນະຊາວໜຸ່ມກອມມູນິດ ກູບາ, ໄດ້ລົງພິມບົດຂຽນ ດ້ວຍຫົວຂໍ້ “ຈາກ ກູບາ, ລຸງໂຮ່ສົ່ງສານແຫ່ງຄວາມຮັກແພງ ເຖິງຫວຽດນາມ” ກໍໄດ້ຢັ້ງຢືນເຖິງອາລົມຈິດຄວາມຮັກແພງເປັນພິເສດທີ່ຕິດພັນກັບພັກ, ລັດ ແລະ ປະຊາຊົນສອງປະເທດ.

        ເນື່ອງໃນໂອກາດນີ້, ບັນດາອົງການສື່ສວນຊົນຂອງທ້ອງຖິ່ນຕ່າງໆ, ບັນດາລາຍການກະຈາຍສຽງ ແລະ ຊ່ອງໂທລະພາບຂອງ ກູບາ ກໍໄດ້ສົ່ງຄຳອວຍພອນຂອງການນຳພັກ ແລະ ລັດ ກູບາ ມາຍັງການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແລະ ໃຫ້ຂ່າວຫຼາຍຢ່າງຫຼວງຫຼາຍກ່ຽວກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງຢູ່ຫວຽດນາມ ກໍຄືບັນດາພາບພົດປະເທດ ຫວຽດນາມໃນວັນນີ້.


ຕອບກັບ

ຂ່າວ/ບົດ​ອື່ນ