ສື່ມວນຊົນ ກູບາ ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

(VOVWORLD) - ນັກຂ່າວ Marta Rojas Rodriguez ມີບົດຂຽນຍົກອອກຄວາມໝາຍຂອງພາລະກິດແຫ່ງການຕໍ່ສູ້ເພື່ອຄວາມມຸ່ງມາດປາດຖະໜາຊອກຫາເອກະລາດຂອງປະຊາຊົນ ຫວຽດນາມ ແລະ ບົດບາດນຳພາຂອງປະທານ ໂຮ່ຈີມິນ ຄືດັ່ງແບບຢ່າງ ແລະ ການກະຕຸກຊຸກຍູ້ໃຫ້ແກ່ຂະບວນການກ້າວໜ້າໃນທົ່ວໂລກ.
ສື່ມວນຊົນ ກູບາ ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ - ảnh 1ພາບປະກອບ

ໃນຊຸມວັນນີ້, ບັນດາພາຫະນະສື່ມວນຊົນທາງການຂອງ ກູບາ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມທາງລັດຖະກິດ ກູບາ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນລະຫວ່າງວັນທີ 28 – 30 ມີນາ.

        ໃນໜັງສືພິມ Granma, ເຊິ່ງແມ່ນກະບອກສຽງຂອງພັກກອມມູນິດ ກູບາ ແລະ ໜັງສືພິມລາຍວັນໃຫຍ່ທີ່ສຸດ, ນັກຂ່າວ Marta Rojas Rodriguez ມີບົດຂຽນຍົກອອກຄວາມໝາຍຂອງພາລະກິດແຫ່ງການຕໍ່ສູ້ເພື່ອຄວາມມຸ່ງມາດປາດຖະໜາຊອກຫາເອກະລາດຂອງປະຊາຊົນ ຫວຽດນາມ ແລະ ບົດບາດນຳພາຂອງປະທານ ໂຮ່ຈີມິນ ຄືດັ່ງແບບຢ່າງ ແລະ ການກະຕຸກຊຸກຍູ້ໃຫ້ແກ່ຂະບວນການກ້າວໜ້າໃນທົ່ວໂລກ.

        ໃນຂະນະນັ້ນ, ສຳນັກຂ່າວສານປະເທດ ອາເມລິກາ ລາຕີນ (Prensa Latina) ມີ 2 ບົດສຳພາດທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ຫງວຽນຈູງແທ່ງ ແລະ ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຮ່າໂນ້ຍ Lianys Torres. ໃນນັ້ນ, ນັກການທູດ 2 ທ່ານລ້ວນແຕ່ຢັ້ງຢືນເຖິງການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະແມ່ນຂີດໝາຍປະຫວັດສາດໃນການພົວພັນ 2 ຝ່າຍ, ໃນຂະນະທີ່ທັງສືບທອດການພົວພັນເປັນແບບຢ່າງ, ບໍລິສຸດຜຸດຜ່ອງ, ທັງເປີດບັນດາກາລະໂອກາດ ແລະ ການຮ່ວມມືໃໝ່, ພິເສດແມ່ນໃນຂົງເຂດເສດຖະກິດ.

        ໃນບັນດາຊ່ອງໂທລະພາບຕົ້ນຕໍຂອງ ກູບາ, ບັນດາໜັງສືພິມລາຍວັນທົ່ວປະເທດ, ບັນດາສື່ເອເລັກໂຕນິກ ທາງການ ແລະ ຊ່ອງວິທະຍຸຫຼັກແຫຼ່ງກໍ່ລ້ວນແຕ່ມີບົດສາລະຄະດີ, ບົດຫົວເລື່ອງສະເພາະກ່ຽວກັບ ຫວຽດນາມ ແລະ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຟູ໋ຈ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ