ສື່ມວນຊົນ ກຳປູເຈຍ ຕີລາຄາສູງໝາກຜົນການຢ້ຽມຢາມ ກຳປູເຈຍ ຂອງປະທານປະເທດ ຫວຽດນາມ ໂຕເລີມ

(VOVWORLD) -ໃນຊຸມມື້ຜ່ານມາ ບັນດາອົງການສື່ມວນຊົນ, ສື່ສານ ກຳປູເຈຍ ໄດ້ລົງຂ່າວຢ່າງຫລວງຫລາຍ, ຕໍ່ເນື່ອງ ໂດຍອັບເດດຂ່າວຄາວກ່ຽວກັບການເຄື່ອນໄຫວຂອງປະທານປະເທດ ຫວຽດນາມ ໂຕເລີມ 
ສື່ມວນຊົນ ກຳປູເຈຍ ຕີລາຄາສູງໝາກຜົນການຢ້ຽມຢາມ ກຳປູເຈຍ ຂອງປະທານປະເທດ ຫວຽດນາມ ໂຕເລີມ - ảnh 1ສື່ມວນຊົນ ກຳປູເຈຍ ໄດ້ລົງຂ່າວຢ່າງຫລວງຫລາຍກ່ຽວກັບການເຄື່ອນໄຫວຂອງປະທານປະເທດ ຫວຽດນາມ ໂຕເລີມ ຢູ່ ກຳປູເຈຍ. ພາບ: TTXVN

ທ່ານປະທານປະເທດ ຫວຽດນາມ ໂຕເລີມ ຫາກໍ່ສິ້ນສຸດການຢ້ຽມຢາມທາງລັດຖະກິດ ກຳປູເຈຍ ໃນເວລາສອງວັນຄື 12 ແລະ 13 ກໍລະກົດ ຕາມຄຳເຊີນຂອງ ກະສັດກຳປູເຈຍ Norodom Sihamoni. ໃນຊຸມມື້ຜ່ານມາ ບັນດາອົງການສື່ມວນຊົນ, ສື່ສານ ກຳປູເຈຍ ໄດ້ລົງຂ່າວຢ່າງຫລວງຫລາຍ, ຕໍ່ເນື່ອງ ໂດຍອັບເດດຂ່າວຄາວກ່ຽວກັບການເຄື່ອນໄຫວຂອງປະທານປະເທດ ຫວຽດນາມ ໂຕເລີມ ພ້ອມທັງຕີລາຄາສູງໝາກຜົນການຢ້ຽມຢາມຄັ້ງນີ້.

ບັນດາອົງການສື່ມວນຊົນ, ສື່ສານໃຫຍ່ຂອງ ກຳປູເຈຍ, ສຳນັກຂ່າວສານແຫ່ງຊາດ ກຳປູເຈຍ (AKP), Kampuchea Thmey, SBM News, CNC, DAP News, FRESH News...ໄດ້ເຕື້ອງເຖິງເນື້ອໃນບັນດາການພົບປະ, ເຈລະຈາລະຫວ່າງທ່ານປະທານປະເທດ ຫວຽດນາມ ກັບກະສັດ ແລະ ການນຳຂັ້ນສູງ ກຳປູເຈຍ ຕາມບັນດາຫົວເລື່ອງທີ່ມີເນື້ອໃນອຸດົມສົມບູນ, ຫລາຍຮູບແບບ ພ້ອມກັບການເຄື່ອນໄຫວຫລາຍຢ່າງ. ນອກຈາກການລົງຂ່າວເປັນຫລາຍຮູບແບບ, ຫລາຍປະເພດກ່ຽວກັບເນື້ອໃນການພົບປະຂັ້ນສູງຄັ້ງຕ່າງໆ, ສື່ມວນຊົນ ກຳປູເຈຍ ຍັງເອົາໃຈໃສ່ລົງຂ່າວກ່ຽວກັບການເຄື່ອນໄຫວອື່ນອີກໃນຂອບເຂດການຢ້ຽມຢາມກຳປູເຈຍ ຂອງທ່ານປະທານປະເທດ ໂຕເລີມ.

ຕອບກັບ

ຂ່າວ/ບົດ​ອື່ນ