ສື່ມວນຊົນ ກຳປູເຈຍ ແລະ ອາເມລິກາ ໃຫ້ຂ່າວກ່ຽວກັບການປະກອບສ່ວນຂອງອະດີດປະທານປະເທດ ເລດຶກແອັງ

(VOVWORLD) - ວັນທີ 03 ພຶດສະພາ, ສື່ມວນຊົນ ກຳປູເຈຍ ໄດ້ລົງຂ່າວຫລາຍຢ່າງກ່ຽວກັບການຈາກໄປຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ ແລະ ບັນດາການປະກອບສ່ວນຂອງທ່ານໃນພາລະກິດການປະຕິວັດ ຫວຽດນາມ ກໍ່ຄືຊ່ວຍປົດປ່ອຍປະຊາຊົນ ກຳປູເຈຍ ໃຫ້ຫລຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ປອນປົດ.

ເວັບໄຊ Freshnews ເປັນພາສາຂະແມ – ແມ່ນໜຶ່ງໃນບັນດາເວັບໄຊທີ່ມີຄົນເຂົ້າມາອ່ານຫລາຍທີ່ສຸດຢູ່ ກຳປູເຈຍ, ໄດ້ຢືນຢັນວ່າ ອະດີດປະທານປະເທດ ເລດຶກແອັງ ແມ່ນນາຍພົນບັນຊາກຳລັງກອງທັບ ຫວຽດນາມ ຊ່ວຍ ກຳປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດ ປອນປົດ. ເວັບໄຊກໍ່ເຕື້ອງເຖິງການປະກອບສ່ວນຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ ໃນການຕໍ່ສູ້ປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ.

ສື່ມວນຊົນ ກຳປູເຈຍ ແລະ ອາເມລິກາ ໃຫ້ຂ່າວກ່ຽວກັບການປະກອບສ່ວນຂອງອະດີດປະທານປະເທດ ເລດຶກແອັງ - ảnh 1 ອະດີດປະທານປະເທດ ເລດຶກແອັງ

        ໜັງສືພິມ Phnom Penh Post ເປັນພາສາ ອັງກິດ, ໜັງສືພິມ Rasmei Kampuchea ກໍ່ໄດ້ລົງພິມຊີວະປະຫວັດຫຍໍ້ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ.

        ໜັງສືພິມ Washington Post ຂອງ ອາເມລິກາ ກໍ່ໄດ້ລົງພິມບົດຂຽນກ່ຽວກັບອະດີດປະທານປະເທດ ເລດຶກແອັງ ດ້ວຍບົດບາດເປັນຜູ້ບັນຊາການທະຫານອາສາສະໝັກ ຫວຽດນາມ ໄປຊ່ວຍໂຄ່ນລົ້ມລະບອບດັບສູນເຊື້ອຊາດຂະແມແດງຢູ່ ກຳປູເຈຍ, ພ້ອມທັງແມ່ນສັກຂີພິຍານໃນເຫດການ ອາເມລິກາ ແລະ ຫວຽດນາມ ສ້າງຕັ້ງການພົວພັນທາງການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ