ສື່ມວ​ນ​ຊົນ ຈີນ ໃຫ້​ຄວາມ​ສົນ​ໃຈ​ເຖິງ​ການ​ຢ້ຽມ​ຢາມ​ຂອງ​ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ

(VOVWORLD) -        ການຢ້ຽມຢາມທາງລັດຖະກິດຢູ່ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຮັບຄວາມສົນໃຈຈາກສື່ມວນຊົນ ຈີນ ຢ່າງກວ້າງຂວາງ ດ້ວຍຫຼາຍບົດຕີລາຄາ, ວິເຄາະ, ໃນນັ້ນ ໄດ້ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ ແມ່ນການສືບທອດມູນເຊື້ອ ແລະ ຈະຊຸກຍູ້ການພົວພັນສອງປະເທດເຂົ້າສູ່ລວງເລິກ ແລະ ແທດຈິງ.
ສື່ມວ​ນ​ຊົນ ຈີນ ໃຫ້​ຄວາມ​ສົນ​ໃຈ​ເຖິງ​ການ​ຢ້ຽມ​ຢາມ​ຂອງ​ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ - ảnh 1ບົດຂຽນກ່ຽວກັບເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເອົາລົງໃນເວັບໄຊ guacha.cn

ຕອນເຊົ້າວັນທີ 18 ສິງຫາ, ສຳນັກຂ່າວສານ ສິນຮວາ ແລະ ຫຼາຍອົງການສື່ມວນຊົນໃຫຍ່ຂອງ ຈີນ ໄດ້ໃຫ້ຂ່າວກ່ຽວກັບການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເດີນທາງມາຮອດ ກວາງຈູ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຈີນ ຢ່າງກວ້າງຂວາງ.

        ໃນບົດຂຽນທີ່ໄດ້ເອົາລົງໃນ APP ໃນວັນທີ 17 ສິງຫາ, ເຊິ່ງເປັນໜັງສືພິມປັກກິລາຍວັນ ໄດ້ຄັດສະເໜີຄຳເນັ້ນໜັກຂອງໂຄສົກກະຊວງການຕ່າງປະເທດ ຈີນ ທີ່ວ່າ “ເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເລືອກເອົາ ຈີນ ເປັນປະເທດທຳອິດໄປຢ້ຽມຢາມ ພາຍຫຼັງຮັບດຳລົງຕຳແໜ່ງນັ້ນ ໄດ້ສ່ອງແສງໃຫ້ເຫັນຢ່າງຄົບຖ້ວນການຖືເປັນສຳຄັນຂອງ ຫວຽດນາມ ໃນການພັດທະນາການພົວພັນລະຫວ່າງສອງພັກ, ສອງລັດ ຈີນ ແລະ ຫວຽດນາມ”.

        ນັກຊ່ຽວຊານ ປາວແວຫົວ, ຜູ້ອຳນວຍການສູນກາງຄົ້ນຄວ້າການພົວພັນ ຈີນ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງຂອງມະຫາວິທະຍາໄລ  ຟູດານຊຽງໄຮ້, ເມື່ອຕອບສຳພາດຕໍ່ນັກຂ່າວຂອງໜັງສືພິມ ປັກກິ່ງລາຍວັນ ກໍໄດ້ຢັ້ງຢືນວ່າ ທ່ານເລຂາທິການໃຫຍ່ ໂຕເລິມ  ເລືອກ ຈີນ ເປັນປະເທດທຳອິດໄປຢ້ຽມຢາມພາຍຫຼັງຮັບດຳລົງຕຳແໜ່ງ ໄດ້ຊີ້ໃຫ້ເຫັນຄວາມສຳຄັນຂອງການພົວພັນລະຫວ່າງສອງປະເທດ.

ບິກທ້ວນ - ນັກຂ່າວ VOV  ປະຈຳ ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ