ສື່ມວນຊົນ ຍີ່ປຸ່ນ ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຂອງທ່ານປະທານປະເທດ ຫວໍວັນເຖືອງ

(VOVWORLD) - Japan Times ໃຫ້ຂໍ້ສັງເກດວ່າ, ແຕ່ດົນນານມາແລ້ວ ຍີ່ປຸ່ນ ແລະ ຫວຽດນາມ ໄດ້ມີການພົວພັນດ້ານເສດຖະກິດຢ່າງແໜ້ນແຟ້ນ
ສື່ມວນຊົນ ຍີ່ປຸ່ນ ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຂອງທ່ານປະທານປະເທດ ຫວໍວັນເຖືອງ - ảnh 1ໜັງສືພິມ Japan Times ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຂອງທ່ານປະທານປະເທດ ຫວຽດນາມ
(ພາບ: baotintuc.vn)

        ວັນທີ 28 ພະຈິກ, ໜັງສືພິມ Japan Times ໄດ້ໃຫ້ຂ່າວເລື່ອງ ຫວຽດນາມ - ຍີ່ປຸ່ນ ເຫັນດີຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ນຳ ຍີ່ປຸ່ນ ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ, ພ້ອມກັບ ຈີນ, ລັດເຊຍ, ສ.ເກົາຫຼີ, ອິນເດຍ ແລະ ອາເມລິກາ.

        Japan Times ໃຫ້ຂໍ້ສັງເກດວ່າ, ແຕ່ດົນນານມາແລ້ວ ຍີ່ປຸ່ນ ແລະ ຫວຽດນາມ ໄດ້ມີການພົວພັນດ້ານເສດຖະກິດຢ່າງແໜ້ນແຟ້ນ, ຍີ່ປຸ່ນ ແມ່ນນັກຊ່ວຍເຫຼືອພັດທະນາທາງການ (ODA) ໃຫຍ່ສຸດໃຫ້ແກ່ ຫວຽດນາມ, ຊ່ວຍ ຫວຽດນາມ ກາຍເປັນສູນຜະລິດຢູ່ພາກພື້ນ ແລະ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດຢູ່ ອາຊີ.

        ໃນຂະນະນັ້ນ, ໜັງສືພິມ Japan New, ສະບັບອອກວັນທີ 28 ພະຈິກ ໃຫ້ຂໍ້ສັງເກດວ່າ, ຫຼາຍປະເທດພວມສຳຜັດກັບ ຫວຽດນາມ, ເຊິ່ງແມ່ນປະເທດພວມປະຕິບັດ “ການທູດຫຼາຍທິດ” ແລະ ຍີ່ປຸ່ນ ກໍ່ປາດຖະໜາຢາກໄປທຽບທັນກັບທ່າອ່ຽງນີ້.

        ສ່ວນໜັງສືພິມ Mainichi, Yomiuri ແລະ ສຳນັກຂ່າວສານ Jiji, ໃນວັນທີ 28 ພະຈິກ ກໍ່ໄດ້ໃຫ້ຂ່າວກ່ຽວກັບການພົບປະເຈລະຈາຂອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ກັບເຈົ້າຊີວິດ Naruhito ແລະ ພະມະເຫສີ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ