ສື່ມວນຊົນ ຍີ່ປຸ່ນ ໄດ້ລົງຫຼາຍຂ່າວ/ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Kishida Fumio

(VOVWORLD) -ວັນທີ 01 ພຶດສະພາ, ບັນດາພາຫະນະສື່ມວນຊົນຂອງ ຍີ່ປຸ່ນ ໄດ້ລົງຫຼາຍຂ່າວ/ບົດ ກ່ຽວກັບການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio.
ສື່ມວນຊົນ ຍີ່ປຸ່ນ ໄດ້ລົງຫຼາຍຂ່າວ/ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Kishida Fumio - ảnh 1(ຫວຽດນາມ ແມ່ນ “ຄູ່ຮ່ວມມືສຳຄັນ” ໃນການຫັນວິໄສທັດມຸ່ງໄປສູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງຂອງ ຍີ່ປຸ່ນ)

ສຳນັກຂ່າວສານ Kyodo ໄດ້ທົບທວນຄືນບັນດາເນື້ອໃນຂອງການປຶກສາຫາລືສຳຄັນລະຫວ່າງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio; ພ້ອມທັງຄັດສະເໜີຄຳເວົ້າຂອງທ່ານນາຍົກລັດຖະມົນຕີ Kishida Fumio ກ່າວຄຳເຫັນພາຍຫຼັງການເຈລະຈາ, ໂດຍຢືນຢືນວ່າ ຫວຽດນາມ ແມ່ນ “ຄູ່ຮ່ວມມືສຳຄັນ” ໃນການຫັນວິໄສທັດມຸ່ງໄປສູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງຂອງ ຍີ່ປຸ່ນ.

        ໃນຂະນະນັ້ນ, ຊ່ອງໂທລະພາບ NHK ກໍ່ລົງຫຼາຍຂ່າວ/ບົດກ່ຽວກັບເນື້ອໃນເຊິ່ງການນຳ 2 ທ່ານໄດ້ປຶກສາຫາລື ແລະ ເຫັນດີໃນການເຈລະຈາຢູ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ