ສື່​ມວນ​ຊົນ ຕ້​ອງ​ເປັນ​ອາວຸດ​ທີ່​ແຫຼມຄົມ​ ​ເພື່ອ​ຕ້ານ​ຄືນ​ບັນດາອິດທິ​ກໍາ​ລັງ​ເປັນ​ປໍ​ລະ​ປັກ

(VOVWORLD) - ຕອນຄໍ່າວັນທີ 15 ມັງກອນ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ຄະນະຈັດຕັ້ງສູນກາງພັກ ໄດ້ສົມທົບກັບ ໜັງສືພິມ ເຍິນເຢິນ (ກະບອກສຽງຂອງສູນກາງພັກ ກອມມູນິດຫວຽດນາມ), ວາລະສານ ກອມມູນິດ, ໂທລະພາບແຫ່ງຊາດຫວຽດນາມ, ສະມາຄົມນັກຂ່າວ ຫວຽດນາມ ຈັດຕັ້ງພິທີປະກາດ ແລະ ມອບລາງວັນສື່ມວນຊົນທົ່ວປະເທດ ກ່ຽວກັບການກໍ່ສ້າງພັກ ເຊິ່ງມີຊື່ວ່າ: ຄ້ອນຕີ, ກ່ຽວຄໍາ ຄັ້ງທີ 4 ປີ 2019 ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ.

        ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລາງວັນ A 5 ລາງວັນ, ລາງວັນ B 10 ລາງວັນ, ລາງວັນ C 15 ລາງວັນ, ລາງວັນຊົມເຊີຍ 25 ລາງວັນ, ລາງວັນຜະລິດຕະພັນສື່ມວນຊົນດີເດັ່ນ ກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ ແລະ ລາງວັນຜະລິດຕະພັນສື່ມວນຊົນດີເດັ່ນຂອງຜູ້ຂຽນເປັນຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ. ໃນນັ້ນ, ວິທະຍຸກະຈາຍສຽງຫວຽດນາມ ຍາດໄດ້ລາງວັນ A 2 ລາງວັນ, ລາງວັນ C 1 ລາງວັນ.

ສື່​ມວນ​ຊົນ ຕ້​ອງ​ເປັນ​ອາວຸດ​ທີ່​ແຫຼມຄົມ​ ​ເພື່ອ​ຕ້ານ​ຄືນ​ບັນດາອິດທິ​ກໍາ​ລັງ​ເປັນ​ປໍ​ລະ​ປັກ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ມອບລາງວັນ A 

         ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ບັນດາບົດຂຽນກ່ຽວກັບການກໍ່ສ້າງພັກຂອງສື່ມວນຊົນ ແມ່ນມີຄວາມໝາຍສໍາຄັນເປັນພິເສດ ແຕ່ກໍແມ່ນໜ້າທີ່ອັນຫຍຸ້ງຍາກສໍາລັບບັນດານັກຂ່າວ. ທ່ານນາຍົກລັດຖະມົນຕີ ປາຖະໜາວ່າ:

“ໃນສະພາບການໃໝ່, ສື່ມວນຊົນປະຕິວັດຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍບົດບາດສໍາຄັນພິເສດນີ້ໃຫ້ຫຼາຍກວ່າອີກ, ເຊິ່ງແມ່ນສຽງຂອງພັກ, ຂອງລັດ, ຂອງບັນດາອົງການການເມືອງສັງຄົມ, ຂະແໜງອາຊີບ, ແມ່ນເວທີປາໄສທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ພ້ອມທັງເປັນອາວຸດອັນແຫຼມຄົມ ເພື່ອຕ້ານຄືນບັນດາອິດທິກໍາລັງເປັນປໍລະປັກ, ຕໍ່ສູ້ຕ້ານປະກົດການຫຍໍ້ທໍ້, ປົກປ້ອງຜົນປະໂຫຍດອັນຊອບທໍາຂອງປະຊາຊົນດ້ວຍທິດນໍາທີ່ວ່າ “ເອົາສິ່ງທີ່ດີງາມ ລົບລ້າງສິ່ີງທີ່ບໍ່ດີ”,  “ເອົາສິ່ງທີ່ຕັ້ງໜ້າ ຍູ້ຖອຍສິ່ງທີ່ຫຍໍ້ທໍ້”. ບັນດາອົງການສື່ມວນຊົນ, ຖັນແຖວນັກຂ່າວ, ບັນນາທິການ, ບັນດານັກຂຽນມືອາຊີບ ແລະ ສະໝັກຫຼີ້ນ ຈົ່ງສຸມໃສ່ການປ່ຽນແປງໃໝ່ຮູບແບບ, ວິທີການຂຽນຂ່າວ; ປະຕິບັດວຽກງານໂຄສະນາເຜີຍແຜ່ໃຫ້ເປັນຢ່າງດີ ແລະ ສ່ອງແສງໄດ້ທຸກແງ່ມູມຂອງຊີວິດສັງຄົມ ແລະ ວຽກງານກໍ່ສ້າງພັກ”.

ເນື່ອງໃນໂອກາດນີ້, ຄະນະຊີ້ນໍາ, ຄະນະຈັດຕັ້ງ ໄດ້ປຸກລະດົມການແຂ່ງຂັນຊີງລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ ຄັ້ງທີ 5 ປີ 2020.


ຕອບກັບ

ຂ່າວ/ບົດ​ອື່ນ