ສື່ມວນ​ຊົນ ຕ້ອງ​ແມ່ນ​ປະ​ຕິ​ວັດ, ເປັນ​ມື​ອາ​ຊີບ, ວັດ​ທະ​ນະ​ທຳ​ມະ​ນຸດ, ທັນ​ສະໄໝ ແລະ ມີ​ປະ​ສິດ​ທິ​ຜົນ

(VOVWORLD) -  ສື່ມວນຊົນ ຕ້ອງແມ່ນປະຕິວັດ, ມີຄວາມເປັນມືອາຊີບ, ວັດທະນະທຳມະນຸດ, ທັນສະໄໝ ແລະ ປະສິດທິຜົນ; ທັງສືບຕໍ່ປະຕິບັດໜ້າທີ່ການເມືອງ ທັງປະກອບສ່ວນຍົກສູງຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈ ໃຫ້ແກ່ປະຊາຊົນ.
ສື່ມວນ​ຊົນ ຕ້ອງ​ແມ່ນ​ປະ​ຕິ​ວັດ, ເປັນ​ມື​ອາ​ຊີບ, ວັດ​ທະ​ນະ​ທຳ​ມະ​ນຸດ, ທັນ​ສະໄໝ ແລະ ມີ​ປະ​ສິດ​ທິ​ຜົນ - ảnh 1ກອງປະຊຸມແລກປ່ຽນວຽກງານສື່ມວນຊົນ, ການພິມຈຳໜ່າຍ (ພາບ: VOV)

   ນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ເຊິ່ງຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ ຫງວຽນຈ້ອງເຫງຍ ໄດ້ເນັ້ນໜັກທີ່ກອງປະຊຸມແລກປ່ຽນວຽກງານສື່ມວນຊົນ, ການພິມຈຳໜ່າຍ ທີ່ຖືກດຳເນີນໃນວັນທີ 16 ມິຖຸນາ ຢູ່ຮ່າໂນ້ຍ.

        ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ກໍຮຽກຮ້ອງໃຫ້ບັນດາອົງການສື່ມວນຊົນ ສືບຕໍ່ທັງປະຕິບັດໜ້າທີ່ການເມືອງ ປະກອບສ່ວນຍົກສູງຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈໃຫ້ແກ່ປະຊາຊົນ; ປ່ຽນແປງຮູບແບບວຽກງານໂຄສະນາຢ່າງເລິກເຊິ່ງກວ້າງຂວາງກວ່າ ສຳລັບບັນດາເຫດການສຳຄັນຂອງປະເທດຊາດ. ຍູ້ແຮງການບຳລຸງສ້າງຖັນແຖວພະນັກງານໃຫ້ມີຄຸນນະທາດ, ສະຫຼາດສ່ອງໃສ, ມີວິຊາຊີບ, ໃກ້ຊິດຕິດແທດກັບຮາກຖານ ແລະ ປະຊາຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ