ສື່ມວນຊົນ ບຸນກາຣີ ໄດ້ລົງພິມຂ່າວ, ບົດຂຽນເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ

(VOVWORLD) - ສື່ມວນຊົນຂອງປະເທດປະຈຳຖິ່ນໄດ້ລົງພິມຂ່າວ, ບົດຂຽນເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມນີ້.
ສື່ມວນຊົນ ບຸນກາຣີ ໄດ້ລົງພິມຂ່າວ, ບົດຂຽນເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ - ảnh 1ສືພິມຫຼາຍສະບັບອື່ນໆຂອງປະເທດນີ້ກໍ່ພ້ອມກັນລົງພິມຫຼາຍບົດຂຽນໂດຍແບ່ງປັນເຫດການ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ມາຢ້ຽມຢາມ ບຸນກາຣີ
(ພາບ: quochoi.vn)

           ໃນໄລຍະທີ່ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ດຳເນີນການຢ້ຽມຢາມ ບຸນກາຣີ (ແຕ່ວັນທີ 24-26 ກັນຍາ), ສື່ມວນຊົນຂອງປະເທດປະຈຳຖິ່ນໄດ້ລົງພິມຂ່າວ, ບົດຂຽນເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມນີ້.

          ບົດຂຽນຂອງສຳນັກຂ່າວສານ ບຸນກາຣີ ໄດ້ເນັ້ນໜັກເຖິງ 4 ການກຳນົດທິດໃນການພົວພັນ 2 ຝ່າຍ ແລະ ການພັດທະນາການຮ່ວມມືລະຫວ່າງ ຫວຽດນາມ - ບຸນກາຣີ. ນັ້ນແມ່ນ: ເຮັດໃຫ້ການພົວພັນດ້ານການເມືອງ ແລະ ການທູດໃຫ້ເລິກເຊິ່ງຂຶ້ນຕື່ມ; ເປີດກວ້າງການຮ່ວມມືລົງທຶນດ້ານເສດຖະກິດ ແລະ ການຄ້າໃຫ້ກາຍເປັນເສົາຄ້ຳສຳຄັນໃນການພົວພັນ 2 ຝ່າຍ; ການພົວພັນຄູ່ຮ່ວມມືໃນຂົງເຂດຫັນເປັນດີຈີຕອນແລະ ນະວັດຕະກໍາ; ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດທີ່ເປັນມູນເຊື້ອ.

          ເວັບໄຊຂ່າວສານ ບຸນກາຣີ ຢືນຢັນວ່າ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rosen Zhelyazkov ຖືວ່າ, ການຢ້ຽມຢາມແມ່ນບາດກ້າວສຳຄັນ ເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ບຸນກາຣີ ແລະ ຫວຽດນາມ ຕາມທິດສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ໂດຍຜ່ານການເພີ່ມທະວີ ການເຈລະຈາຂັ້ນສູງ.

          ສ່ວນໜັງສືພິມຫຼາຍສະບັບອື່ນໆຂອງປະເທດນີ້ກໍ່ພ້ອມກັນລົງພິມຫຼາຍບົດຂຽນໂດຍແບ່ງປັນເຫດການ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ມາຢ້ຽມຢາມ ບຸນກາຣີ. ບັນດາບົດຂຽນຢືນຢັນ ຈະເພີ່ມທະວີການພັດທະນາຢ່າງແທດຈິງ, ບັນລຸປະສິດທິຜົນ ແລະ ຍືນຍົງຂອງສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ບຸນກາຣີ ໃຫ້ຫຼາຍກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ