ສື່ມວນ​ຊົນ ບ​ຣູ​ໄນ: ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ການ​ພິ​ສູດ​ໃຫ້​ແກ່​ການ​ພົວ​ພັນ​ທາງ​ການ​ທູດ​ທີ່​ໝັ້ນ​ແກ່ນ

(VOVWORLD) -   ສື່ມວນຊົນ ບຣູໄນ ລົງຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ບຣູໄນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໃນລະຫວ່າງວັນທີ 10 – 11 ກຸມພາ.
ສື່ມວນ​ຊົນ ບ​ຣູ​ໄນ: ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ການ​ພິ​ສູດ​ໃຫ້​ແກ່​ການ​ພົວ​ພັນ​ທາງ​ການ​ທູດ​ທີ່​ໝັ້ນ​ແກ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຢ້ຽມຂ່ຳນັບກະສັດ ບຣູໄນ Hassanal Bolkiah (ພາບ: TTXVN)

ເວັບໄຊ borneobulletin.com ໄດ້ລົງບົດຂຽນ ໂດຍເນັ້ນໜັກວ່າ ນັບແຕ່ເມື່ອເຂົ້າເປັນສະມາຊິກ ອາຊຽນ ໃນປີ 1995, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດທີ່ມີລະດັບການພັດທະນາເສດຖະກິດຢ່າງໄວວາທີ່ສຸດໃນພາກພື້ນ. ບົດຂຽນກໍໄດ້ຄັດສະເໜີຄຳປາໄສຂອງ ກະສັດ ບຣູໄນ Hassanal Bolkiah ໂດຍສະແດງຄວາມປາດຖະໜາຢາກພັດທະນາການພົວພັນດ້ານການຄ້າ ກັບ ຫວຽດນາມ ຫຼາຍກວ່າອີກ, ພິເສດແມ່ນຜ່ານການຮ່ວມດຳເນີນທຸລະກິດໃນຂົງເຂດປູກລ້ຽງສິນໃນນ້ຳ ເພື່ອຊ່ວຍສ້າງກຳລັງຄວາມສາມາດໃຫ້ແກ່ຂະແໜງອຸດສາຫະກຳທ້ອງຖິ່ນ ແລະ ຄ້ຳປະກັນດ້ານສະບຽງອາຫານ.

ສື່ມວນຊົນ ບຣູໄນ ກໍໄດ້ຄັດສະເໜີຄຳປາໄສຂອງທ່ານ Amin Liew Abdullah ຫົວໜ້າສຳນັກງານນາຍົກ, ທັງເປັນລັດຖະມົນຕີກະຊວງການເງິນ ແລະ ເສດຖະກິດ ບຣູໄນ ໂດຍໄດ້ເນັ້ນໜັກວ່າ ດ້ວຍລະດັບການເຕີບໂຕເສດຖະກິດເປັນຫນ້າຊື່ນຊົມຂອງຫວຽດນາມ, ບຣູໄນ ເຫັນໄດ້ເຖິງຄວາມສາມາດໃນການເພີ່ມທະວີການພົວພັນຄູ່ຮ່ວມມືເສດຖະກິດ ແລະ ການຄ້າຂອງສອງປະເທດ; ພ້ອມທັງຢັ້ງຢືນວ່າ ບຣູໄນ ຖືການພົວພັນອັນໜຽວແໜ້ນກັບ ຫວຽດນາມ ເປັນສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ