ສື່ມວນຊົນ ປາຣາກວາຍ ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງການຮ່ວມມືກັບ ຫວຽດນາມ

(VOVWORLD) - ໜັງສືພິມນີ້ຖືວ່າ, ຫວຽດນາມ ແມ່ນຕະຫຼາດການຄ້າທີ່ມີຄວາມສາມາດບົ່ມຊ້ອນຂອງ ປາຣາກວາຍ, ພິເສດແມ່ນບັນດາຜະລິດຕະພັນກະສິກຳ.
ສື່ມວນຊົນ ປາຣາກວາຍ ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງການຮ່ວມມືກັບ ຫວຽດນາມ - ảnh 1

        ວັນທີ 26 ພຶດສະພາ, ໜັງສືພິມ ABC Color, ປາຣາກວາຍ, ໄດ້ລົງພິມບົດຂຽນຕີລາຄາໝາກຜົນການຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີອຸດສາຫະກຳການຄ້າ ປາຣາກວາຍ Javier Gimenez, ໃນອາທິດຜ່ານມາ. ໜັງສືພິມນີ້ຖືວ່າ, ຫວຽດນາມ ແມ່ນຕະຫຼາດການຄ້າທີ່ມີຄວາມສາມາດບົ່ມຊ້ອນຂອງ ປາຣາກວາຍ, ພິເສດແມ່ນບັນດາຜະລິດຕະພັນກະສິກຳ. ກ່ຽວກັບໝາກຜົນການເຮັດວຽກກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແມ່ນໃນວັນທີ 24 ພຶດສະພາ, ທ່ານລັດຖະມົນຕີ Gimenez ຢືນຢັນວ່າ, ການຢ້ຽມຢາມເພື່ອປະກອບສ່ວນຊຸກຍູ້ ແລະ ໜູນຊ່ວຍຄະນະວິສາຫະກິດຂອງ ຫວຽດນາມ ທີ່ຈະເດີນທາງໄປ ປາຣາກວາຍ ເພື່ອຊອກຫາໂອກາດຮ່ວມມື ແລະ ແລກປ່ຽນການຄ້າ. ທ່ານລັດຖະມົນຕີ Gimenez ກໍ່ເນັ້ນໜັກເຖິງເລື່ອງ ຊຸກຍູ້ການເລີ່ມດຳເນີນການເຈລະຈາສັນຍາການຄ້າເສລີລະຫວ່າງກຸ່ມຕະຫຼາດລວມອາຟະລິກາໃຕ້ (Mercosur) ກັບ ຫວຽດນາມ.

        ປະຈຸບັນ, ປາຣາກວາຍ ແມ່ນໜຶ່ງໃນຈຳນວນ 10 ຄູ່ຄ້າໃຫຍ່ຂອງ ຫວຽດນາມ ຢູ່ ອາເມລິກາລາຕິນ. ວົງເງິນການຄ້າລະຫວ່າງ 2 ປະເທດໃນປີ 2023 ບັນລຸກວ່າ 280 ລ້ານ USD, ເພີ່ມຂຶ້ນ 22% ເມື່ອທຽບໃສ່ປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ