ສື່ມວນ​ຊົນ ຟີ​ລິບ​ປິນ ແລະ ອິນ​ໂດ​ເນ​ເຊຍ ​ຍ້ອງ​ຍໍ​ອາ​ຫານ​ການ​ກິນ ຫວຽດ​ນາມ

(VOVWORLD) - ສັບປະດາຜ່ານມາ, ບັນດາອົງການສື່ມວນຊົນ ແຖວໜ້າ ຂອງຟີລິບປິນ ແລະ ອິນໂດເນເຊຍ ໄດ້ລົງບົດຂຽນຍ້ອງຍໍອາຫານການກິນທີເປັນຫຼາຍຮູບແບບ, ພົ້ນເດັ່ນຢູ່ 2 ນະຄອນຂອງ ຫວຽດນາມ ແມ່ນນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ.

ສື່ມວນ​ຊົນ ຟີ​ລິບ​ປິນ ແລະ ອິນ​ໂດ​ເນ​ເຊຍ ​ຍ້ອງ​ຍໍ​ອາ​ຫານ​ການ​ກິນ ຫວຽດ​ນາມ - ảnh 1ໜ້າເວັບໄຊ Philstar ແນະນຳ ກ່ຽວກັບ ດ່ານັ້ງ

Philstar ໂດຍແມ່ນໜຶ່ງໃນບັນດາໜັງສືພິມແຖວໜ້າ ຟີລິບປິນ ໄດ້ມີບົດຂຽນກ່ຽວກັບເຫດການ ດ່ານັ້ງ ຫາກໍ່ໄດ້ເອົາລົງເຂົ້າບັນຊີລາຍຊື່ ປະເມີນຜົນ “ການຕິດດາວ” ຂອງ Michelin Guide ເຊິ່ງແມ່ນຄູ່ມືອາຫານການກິນ, ຈັດອັນດັບຮ້ານອາຫານມີຊື່ສຽງທີ່ສຸດໃນໂລກ. Philstar ຕີລາຄາ ດ່ານັ້ງ ບໍ່ພຽງແຕ່ ແມ່ນສະຖານທີ່ທ່ອງທ່ຽວ ໄດ້ຮັບການຍ້ອງຍໍຈາກໂລກ ເທົ່ານັ້ນ ຫາກຍັງແມ່ນຈຸດນັດພົບໃຫ້ແກ່ຜູ້ຄົນນິຍົມອາຫານການກິນ. Philstar ຕັກເຕືອນແຂກທ່ອງທ່ຽວ ບໍ່ຄວນພາດໂອກາດເຂົ້າບັນດາຮ້ານອາຫານທະເລ ດ້ວຍອາຫານທີ່ສົດ ແລະ ເຍື່ອງອາຫານທີ່ແຊບນົວຕ່າງໆຕາມແຄມທາງ.

Tempo ໜັງສືພິມທີ່ມີຊື່ສຽງຢູ່ ອິນໂດເນເຊຍ ໄດ້ເຕື້ອງເຖິງເຫດການນະຄອນ ໂຮ່ຈີມິນ ຈັດຢູ່ອັນດັບທີ 4 ໂລກ ແລະ ນຳໜ້າອາຊີ ໃນບັນຊີລາຍຊື່ “20 ນະຄອນອາຫານການກິນດີທີ່ສຸດໃນໂລກ” ໂດຍວາລະສານ “Time Out” ຂອງອັງກິດເລືອກເອົາ. ໜັງສືພິມ Tempo ໄດ້ຢັ້ງຢືນຄືນໃໝ່ການຍ້ອງຍໍຂອງສື່ມວນຊົນສາກົນ ແລະ ພາກພື້ນ ຕໍ່ລົດຊາດຂອງອາຫານການກິນ ຫວຽດນາມ. Tempo ໃຫ້ຮູ້ວ່າ ແຂກທ່ອງທ່ຽວ ອາດຈະຊິມບັນດາເຍື່ອງອາຫານທີ່ແຊບທີ່ສຸດຢູ່ ນະຄອນ ໂຮ່ຈີມິນ ນັບແຕ່ບັນດາຮ້ານອາຫານແຄມທາງ ຈົນຮອດບັນດາຮ້ານອາຫານໄດ້ຕິດດາວ ຂອງ Michelin Guide.

ຕອບກັບ

ຂ່າວ/ບົດ​ອື່ນ