ສື່ມວນ​ຊົນ ມາ​ເລ​ເຊຍ ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ ອາ​ຊຽນ​ ໃນ​ການ​ແກ້​ໄຂ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -ວັນທີ 10 ກໍລະກົດ, ສື່ເອເລກໂຕນິກ ມາເລເຊຍ Latestmalaysia.com ໄດ້ລົງບົດຂຽນຂອງຜູ້ຂຽນ Azam Saham ໂດຍຖືວ່າ ອາຊຽນ ມີພັນທະສວມບົດບາດເປັນໃຈກາງໃນການແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກ, ກັບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS) ແມ່ນພື້ນຖານໃຫ້ແກ່ ບັນທັດຖານ ແລະ ການກະທຳ.



ບົດຂຽນໄດ້ຕີລາຄາວ່າ ຄຳຕັດສິນຂອງສານກຳມະການປະຈຳ (PCA) ມີຄວາມໝາຍສຳຄັນ. ບົດຂຽນໄດ້ຊີ້ແຈ້ງບັນດາໄພນາບຂູ່ຄື: ການກໍການຮ້າຍໃນການເດີນເຮືອ, ໂຈນສະຫລັດ, ການແຊກຊຶມເຂົ້າເຂດທະເລແບບຜິດກົດໝາຍ, ການຫາປາແບບຜິດກົດໝາຍ, ການຄ້າຂາຍຢາເສບຕິດ, ອາວຸດ ແລະ ການຄ້າມະນຸດ. ບັນດາການເຄື່ອນໄຫວຫາປາແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ໄດ້ຮັບການຄວບຄຸມ (IUU) ບໍ່ພຽງແຕ່ນາບຂູ່ເຖິງການຄົງຕົວຂອງບັນດາຊີວະຊາດທາງທະເລເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການເຮັດໃຫ້ເພີ່ມຄວາມເຄັ່ງຕຶງລະຫວ່າງບັນດາປະເທດອີກດ້ວຍ. ພື້ນຖານໂຄງລ່າງທ່າກ່ຳປັ່ນ ແລະ ການຂົນສົ່ງທາງທະເລດ້ານການຄ້າ ນັບມື້ນັບຖືກຮັບຜົກະທົບຢ່າງງ່າຍດາຍຈາກ ພວມໂຈນສະຫລັດ ແລະ ການກໍການຮ້າຍໃນການເດີນເຮືອ.

ບົດຂຽນກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງ UNCLOS ໃນການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ, ອ້າງຫຼັກຖານທັດສະທະຂອງ ມາເລເຊຍ ແລະ ບຣູໄນ ກ່ຽວກັບບັນຫານີ້. ໃນບັນດາເອກະສານນິຕິກຳ ແລະ ເວທີປາໄສ ຫວ່າງມໍ່ໆມານີ້, ມາເລເຊຍ ໄດ້ຢັ້ງຢືນຄືນບົດບາດຂອງກົດໝາຍສາກົນ, ໃນນັ້ນມີ UNCLOS.

ບົດຂຽນກໍ່ຢັ້ງຢືນເຖິງການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ປີ 2002 ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ຮັບປະກັນບັນລຸໄດ້ຄວາມຄືບໜ້າຢ່າງແທດຈິງ ໃນບັນດາການເຈລະຈາ ເພື່ອແນໃສ່ປະຕິບັດສຳເລັດກົດແຫ່ງການປະຕິບັດຢູ່ທະເລຕາເວັນອອກ (COC) ທີີ່ມີບົດບາດສຳຄັນທີ່ສຸດ ໃນການແກ້ໄຂບັນດາການຂັດແຍ້ງກັນຢູ່ເຂດທະເລນີ້.

ຕອບກັບ

ຂ່າວ/ບົດ​ອື່ນ