ສື່ມວ​ນຊົນ ມາ​ເລ​ເຊຍ ໃຫ້​ຂ່າວ ແລະ ​ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ismail Sabri bin Yaakob

(VOVWORLD) - ມີໜັງສືພິມໃຫຍ່ຫຼາຍສະບັບຂອງ ມາເລເຊຍ ໄດ້ໃຫ້ຂ່າວ ແລະ ບົດຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຂອງ ປະເທດນີ້ Ismail Sabri bin Yaakob, ໂດຍຢັ້ງຢືນວ່າ ການຢ້ຽມຢາມ ໄດ້ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນຫຼາຍຂົງເຂດ.
ສື່ມວ​ນຊົນ ມາ​ເລ​ເຊຍ ໃຫ້​ຂ່າວ ແລະ ​ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ismail Sabri bin Yaakob - ảnh 1ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Ismail Sabri bin Yaakob

ບົດຂຽນຕ່າງໆທີ່ໄດ້ເອົາລົງໃນໜັງສືພິມ News Straits Times ແລະ The Star ໄດ້ເນັ້ນໜັກວ່າ ທ່ານນາຍົກລັດຖະມົນຕີ Ismail Sabri bin Yaakob ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ຈາກຄູ່ຕຳແໜ່ງ ແລະ ການນຳ ຫວຽດນາມ, ອັນໄດ້ສ່ອງແສງໃຫ້ເຫັນສາຍພົວພັນມິດຕະພາບ, ທີ່ເປັນມູນເຊື້ອລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ອາຊີຕາເວັນອອກສ່ຽງໃຕ້; ຢັ້ງຢືນການຢ້ຽມຢາມຈະຊ່ວຍເພີ່ມທະວີການພົວພັນສອງຝ່າຍໃນຫຼາຍຂົງເຂດ.

        ສຳນັກຂ່າວສານ BERNAMA ພ້ອມດ້ວຍໜັງສືພິມໃຫຍ່ອື່ນໆຂອງ ມາເລເຊຍ ກໍໄດ້ຄັດສະເໜີຖະແຫຼງການຂອງທ່ານນາຍົກລັດຖະມົນຕີ Ismail Sabri bin Yaakob, ເຊິ່ງໃນນັ້ນ ທ່ານໄດ້ຕີລາຄາສູງການຕ້ອນຮັບທີ່ອົບອຸ່ນຂອງການນຳຂັ້ນສູງ ແລະ ປະຊາຊົນ ຫວຽດນາມ ທີ່ສະຫງວນໃຫ້ແກ່ທ່ານ ແລະ ຄະນະຜູ້ແທນຂັ້ນສູງ ມາເລເຊຍ, ພ້ອມທັງເນັ້ນໜັກວ່າ ການຢ້ຽມຢາມຄັ້ງທຳອິດຂອງຕົນຢູ່ປະເທດບ້ານໃກ້ເຮືອນຄຽງນີ້ ຈະປະກອບສ່ວນເພີ່ມທະວີການພົວພັນໃນຫຼາຍດ້ານລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ