ສື່ມວນ​ຊົນ ລຸກ​ຊຳ​ບວກ ອອກ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິ​ງ​ຈິງ

(VOVWORLD) -ຕາມ ເວັບໄຊ Luxemburger Wort (Wort.lu), ລຸກຊຳບວກ ແລະ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຮ່ວມມືໃນຫຼາຍຂົງເຂດ.
ສື່ມວນ​ຊົນ ລຸກ​ຊຳ​ບວກ ອອກ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິ​ງ​ຈິງ - ảnh 1ຕອນບ່າຍວັນທີ 10 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການຢ້ຽມຢາມ ລຸກຊຳບວກ ຢ່າງຈົບງາມ (ພາບ: VOV)

ໃນລະຫວ່າງວັນທີ 9 – 10 ທັນວາ, ສື່ມວນຊົນ ລຸກຊຳບວກ ໄດ້ໃຫ້ຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ລຸກຊຳບວກ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ່າງເປັນທາງການ, ໂດຍຖືວ່າ ການຢ້ຽມຢາມນີ້ ຈະປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ລຸກຊຳບວກ ຫຼາຍກວ່າອີກ.

ໜັງສືພິມ “ປະຊາຊົນ ລຸກຊຳບວກ” (ZLV.lu), ໜັງສືພິມປະຈຳວັນ Tageblatt (Tageblatt.lu) ລ້ວນແຕ່ອອກຂ່າວກ່ຽວກັບທຸກລາຍການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ ລຸກຊຳບວກ. ຕາມໜັງສືພິມ ZLV.lu ແລ້ວ, ດ້ວຍຈຳນວນເງິນລົງທຶນທັງໝົດ 2,6 ຕື້ USD, ລຸກຊຳບວກ ແມ່ນນັກລົງທຶນໃຫຍ່ອັນດັບທີ 3 ໃນຈຳນວນບັນດາປະເທດ ອີຢູ ຢູ່ ຫວຽດນາມ ແລະ ແມ່ນໜຶ່ງໃນບັນດາປະເທດທຳອິດໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງ ອີຢູ ກັບ ຫວຽດນາມ (EVIPA).
ສ່ວນຕາມ ເວັບໄຊ Luxemburger Wort (Wort.lu), ລຸກຊຳບວກ ແລະ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຮ່ວມມືໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ