ສື່ມວນ​ຊົນ ລັດ​ເຊຍ: ຫວຽດ​ນາມ ຄື​ດັ່ງປະ​ຕູ​ອອກ​ໄປສູ່ ອາ​ຊີ

(VOVWORLD) - ປັດຈຸບັນ ຫວຽດນາມ ແມ່ນປະເທດທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງແຮງ ດ້ວຍຕະຫຼາດທີ່ມີປະຊາກອນ 100 ລ້ານຄົນ, ເຊິ່ງເປັນໜຶ່ງໃນບັນດາພື້ນຖານເສດຖະກິດເຕັກນິກດີຈີຕອນພັດທະນາຢ່າງວ່ອງໄວທີ່ສຸດໃນພາກພື້ນ ດ້ວຍລະບົບການເຕີບໂຕ 38% ຕໍ່ປີ ແລະ ມີແງ່ຫວັງຈະກາຍເປັນພື້ນຖານເສດຖະກິດດີຈີຕອນໃຫຍ່ອັນດັບທີ 2 ໃນອາຊີຕາເວັນອອກສ່ຽງໃຕ້ ໃນປີ 2025.

ເນື່ອງໃນໂອກາດທ່ານປະທານພັກປະເທດລັດເຊຍເອກະພາບ, ຮອງປະທານສະພາຄວາມໝັ້ນຄົງ ສປຊ Dmitry Medvedev ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 21 – 23 ພຶດສະພາ, ໜັງສືພິມ “ຄວາມຈິງ Komsomol”, ເຊິ່ງເປັນໜັງສືພິມໃຫຍ່ ແລະ ມີຊື່ສຽງຂອງ ລັດເຊຍ, ວັນທີ 24 ພຶດສະພາ ໄດ້ລົງບົດຂຽນ ຕີລາຄາກ່ຽວກັບກຳລັງບົ່ມຊ້ອນ ແລະ ແງ່ຫວັງການພົວພັນລະຫວ່າງ ລັດເຊຍ - ຫວຽດນາມ ໃນສະພາບການໃໝ່. ບົດຂຽນ ໄດ້ໃຫ້ຂໍ້ສັງເກດວ່າ ປັດຈຸບັນ ຫວຽດນາມ ແມ່ນປະເທດທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງແຮງ ດ້ວຍຕະຫຼາດທີ່ມີປະຊາກອນ 100 ລ້ານຄົນ, ເຊິ່ງເປັນໜຶ່ງໃນບັນດາພື້ນຖານເສດຖະກິດເຕັກນິກດີຈີຕອນພັດທະນາຢ່າງວ່ອງໄວທີ່ສຸດໃນພາກພື້ນ ດ້ວຍລະບົບການເຕີບໂຕ 38% ຕໍ່ປີ ແລະ ມີແງ່ຫວັງຈະກາຍເປັນພື້ນຖານເສດຖະກິດດີຈີຕອນໃຫຍ່ອັນດັບທີ 2 ໃນອາຊີຕາເວັນອອກສ່ຽງໃຕ້ ໃນປີ 2025.

        ບົນຂຽນດັ່ງກ່າວໄດ້ເນັ້ນໜັກວ່າ ການພົວພັນ ລັດເຊຍ - ຫວຽດນາມ ມີປະຫວັດສາດທີ່ຫຼາຍຮູບຫຼາຍແບບ ແລະ ຍາວນານ ໂດຍໄດ້ພິສູດຜ່ານການເວລາ. ສິ່ງທີ່ໜ້າສົນໃຈແມ່ນ, ປີ 2012, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ໃນການພົວພັນສາກົນ, ຫວຽດນາມ ປະຕິບັດນະໂຍບາຍດຸ່ນດ່ຽງກັບບັນດາປະເທດໃຫຍ່ ບົນເນື້ອໃນຈິດໃຈເຄົາລົບຜົນປະໂຫຍດແຫ່ງຊາດ ແລະ ໄປປະສົບຜົນສຳເລັດພໍສົມຄວນ ເມື່ອກາຍເປັນປະເທດພັດທະນາພູມີສາດການເມືອງໃໝ່ໃນພາກພື້ນ, ໃນນັ້ນ ມີເລື່ອງບັນດາໂຮງງານໃຫຍ່ສຸດໃນໂລກພວມດຳເນີນການເຄື່ອນໄຫວຜະລິດຢູ່ ຫວຽດນາມ ເທື່ອລະກ້າວ. ບົດລາຍງານໄດ້ສະຫຼຸບວ່າ ລັດເຊຍ ຕ້ອງຮັກສາຍຸດທະສາດຖື ຫວຽດນາມ  ເປັນປະຕູອອກໄປສູ່ອາຊີ, ເພື່ອຈາກນັ້ນ, ກໍ່ຈະເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ບັນດາຂົງເຂດຫຼັກແຫຼ່ງແກ່ນສານອື່ນໆລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ