ສື່ມວນ​ຊົນ ລາວ ຕີ​ລາ​ຄາ​ສູງ ຕໍ່​ກາ​ນ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ

(VOVWORLD) -ໜັງສີພິມທຸກສະບັບຕ່າງກໍການຢັ້ງຢືນລວມວ່າ ຫວຽດນາມ ແລະ ລາວ ສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດເລິກເຊິ່ງກວ່າອີກ ແລະ ການຢ້ຽມຢາມຄັ້ງນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.
ສື່ມວນ​ຊົນ ລາວ ຕີ​ລາ​ຄາ​ສູງ ຕໍ່​ກາ​ນ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ - ảnh 1(ພາບປະກອບ: TTXVN)

  ໃນໜ້າທຳອິດຂອງບັນດາໜັງສືພິມໃຫຍ່ຂອງ ລາວ ສະບັບອອກວັນທີ 30 ມິຖຸນາ ລ້ວນແຕ່ໄດ້ໃຫ້ຂ່າວ, ບົດກ່ຽວກັບການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ລາວ. ໜັງສີພິມທຸກສະບັບຕ່າງກໍການຢັ້ງຢືນລວມວ່າ ຫວຽດນາມ ແລະ ລາວ ສືບຕໍ່ເພີ່ມທະວີ ແລະ ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງປະເທດເລິກເຊິ່ງກວ່າອີກ ແລະ ການຢ້ຽມຢາມຄັ້ງນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ.

        ບໍ່ພຽງແຕ່ລົງພິມເນື້ອໃນທັງໝົດຂອງ “ຖະແຫຼງການຮ່ວມ ລາວ - ຫວຽດນາມ” ເທົ່ານັ້ນ, ປະເທດລາວ ໄດ້ສະຫງວນໜ້າທຳອິດເພື່ອໃຫ້ຂ່າວ, ບົດກ່ຽວກັບການຢ້ຽມຢາມດັ່ງກ່າວ.

        ສ່ວນບັນດາໜັງສືພິມອື່ນຄື ປະຊາຊົນ, Vientiane Times, ວຽງຈັນໃໝ່… ກໍໄດ້ລົງພິມ ຖະແຫຼງການຮ່ວມ ລາວ - ຫວຽດນາມ ແລະ ບົດຂຽນຫຼາຍບົດ, ໃນນັ້ນ ຢັ້ງຢືນວ່າ ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ ແມ່ນເພື່ອແນໃສ່ຢັ້ງຢືນຄຳໝັ້ນສັນຍາຢ່າງສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ, ປະຊາຊົນ ລາວ ໃນການຮັກສາສາຍພົວພັນທີ່ເປັນມູນເຊື້ອ, ເລິກເຊິ່ງ, ສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ບໍລິສຸດຜຸດຜ່ອງຂອງສາຍພົວພັນທີ່ຫາຍາກ ລະຫວ່າງສອງປະເທດ ລາວ - ຫວຽດນາມ. ນອກຈາກນັ້ນ, ໜັງສືພິມສະບັບຕ່າງກໍຍັງສຸມໃສ່ພັນລະນາກ່ຽວກັບບັນດາເຫດການ ແລະ ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ໃນໄລຍະຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ