ສື່ມວນຊົນ ລາວ ຕີລາຄາສູງບົດຮຽນຂອງ ຫວຽດນາມ ໃນການພັດທະນາເສດຖະກິດ

(VOVWORLD) -  ເລື່ອງບັນດານັກລົງທຶນໃນຂົງເຂດການຜະລິດ, ພິເສດແມ່ນບັນດາໂຮງງານຜະລິດບັນດາອຸປະກອນເອເລັກໂຕນິກຂອງ ອາເມລິກາ, ເອີລົບ ແລະ ບາງປະເທດອື່ນໆຢູ່ ອາຊີ ເປີດກ້ວາງການເຄື່ອນໄຫວຢູ່ ຫວຽດນາມ
ສື່ມວນຊົນ ລາວ ຕີລາຄາສູງບົດຮຽນຂອງ ຫວຽດນາມ ໃນການພັດທະນາເສດຖະກິດ - ảnh 1ການຜະລິດໃນບໍລິສັດຂອງ VinFats
(ພາບ:TTXVN)

ສື່ເອເລັກໂຕນິກ www.laophattananews.com ຂອງສະມາຄົມນັກຂ່າວລາວ ຫາກໍ່ລົງບົດຂຽນ ດ້ວຍຫົວຂໍ້“ບົດຮຽນຈາກ ຫວຽດນາມ: ເສດຖະກິດເຕີບໂຕດີໃນສະພາບການໂລກຊຸດໂຊມ”.  

ບົດຂຽນໄດ້ເນັ້ນໜັກວ່າ ຫວຽດນາມ ຮັບຮູ້ເສດຖະກິດມີການເຕີບໂຕດີໃນສະພາບການໂລກຕ້ອງປະເຊີນໜ້າກັບການຊຸດໂຊມຂອງເສດຖະກິດ, ໄພເງິນເຟີ້, ຫຼາຍຄົນຫວ່າງງານໃນ 2 – 3 ປີມານີ້. ຕາມການຄົ້ນຄ້ວາຂອງທະນາຄານໂລກ (WB) ແລ້ວ, ເລື່ອງບັນດານັກລົງທຶນໃນຂົງເຂດການຜະລິດ, ພິເສດແມ່ນບັນດາໂຮງງານຜະລິດບັນດາອຸປະກອນເອເລັກໂຕນິກຂອງ ອາເມລິກາ, ເອີລົບ ແລະ ບາງປະເທດອື່ນໆຢູ່ ອາຊີ ເປີດກ້ວາງການເຄື່ອນໄຫວຢູ່ ຫວຽດນາມ, ແມ່ນໜຶ່ງໃນບັນດາປັດໄຈສຳຄັນຊ່ວຍຊຸກຍູ້ການພັດທະນາເສດຖະກິດຂອງ ຫວຽດນາມ. ນອກຈາກນັ້ນແລ້ວ, ການປະຕິຮູບດ້ານການສຶກສາ ຂອງ ຫວຽດນາມ ໄດ້ປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ພ້ອມນັ້ນແມ່ນເລືື່ອງລັດຖະບານໄດ້ສຸມໃສ່ລົງທຶນພັດທະນາພື້ນຖານໂຄງລ່າງ, ຊ່ວຍພື້ນຖານເສດຖະກິດ ຫວຽດນາມ ໃນປີ 2022 ແລະ ຊຸມປີຕໍ່ໄປເຕີບໂຕເປັນຢ່າງດີ.

ຕາມບົດຂຽນແລ້ວ, ບັນດານັກຊ່ຽວຊານເສດຖະກິດໃຫ້ຂໍ້ສັງເກດວ່າ ໃນປີ 2023, ພື້ນຖານເສດຖະກິດໂລກສືບຕໍ່ຊຸດໂຊມ ແລະ ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ. ບັນດາປະເທດໃຫຍ່ຄື: ອາເມລິກາ, ຈີນ ກໍ່ຄືສະຫະພາບເອີລົບ (EU) ຄາດວ່າ ຈະເຕີບໂຕຢ່າງຊັກຊ້າ, ແຕ່ເສດຖະກິດ ຫວຽດນາມ ຍັງເປັນປົກກະຕິຍ້ອນວ່າດຶງດູດໄດ້ບັນດານັກລົງທຶນ ແລະ ພ້ອມນັ້ນແມ່ນບັນດານະໂຍບາຍເໝາະສົມໃນການຄຸ້ມຄອງສະກຸນເງິນດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ