ສື່ມວນຊົນ ສິງກະໂປ, ຍີ່ປຸ່ນ ຢັ້ງຢືນ ຫວຽດນາມ ສວມບົດບາດເປັນຄູ່ຮ່ວມມືຊຸກຍູ້ສັນຕິພາບ

(VOVWORLD) - ໃນຊຸມມື້ຜ່ານມາ, ຫວຽດນາມ ພວມກາຍເປັນຈຸດສຸມຂອງສື່ມວນຊົນ ຍີ່ປຸ່ນ ເມື່ອກາຍເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ.
ສື່ມວນຊົນ ສິງກະໂປ, ຍີ່ປຸ່ນ ຢັ້ງຢືນ ຫວຽດນາມ ສວມບົດບາດເປັນຄູ່ຮ່ວມມືຊຸກຍູ້ສັນຕິພາບ - ảnh 1 ສື່ມວນຊົນ ສິງກະໂປ, ຍີ່ປຸ່ນ ຢັ້ງຢືນ ຫວຽດນາມ ສວມບົດບາດເປັນຄູ່ຮ່ວມມືຊຸກຍູ້ສັນຕິພາບ

ໜັງສືພິມ Japan Times ໄດ້ຄັດສະເໜີບົດຂຽນທີ່ມີຫົວຂໍ້ວ່າ: “ຫວຽດນາມ ຮັບປະກັນບົດບາດສ້າງສັນຕິພາບຕໍ່ການພົບປະສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ໃນສະພາບການພວມຊອກຫາວິທີການດຸ່ນດ່ຽງການພົວພັນທາງການທູດກັບບັນດາຝ່າຍ”, ບົດຂຽນໃຫ້ຂໍ້ສັງເກດວ່າ ຫວຽດນາມ ສວມບົດບາດເປັນຄູ່ຮ່ວມມືຊຸກຍູ້ສັນຕິພາບ.

        ໃນຂະນະນັ້ນ, ເວັບໄຊຂອງໂທລະພາບ ຍີ່ປຸ່ນ NHK ໄດ້ຄັດສະເໜີບົດສຳພາດທ່ານ ຫງວຽນເຕີມຈ໊ຽນ ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ, ໃນນັ້ນ ໃຫ້ຂໍ້ສັງເກດວ່າ: ເລື່ອງ ຫວຽດນາມ ໄດ້ເລືອກເອົາເປັນສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຍ້ອນວ່າ ຫວຽດນາມ ໄດ້ຮັບຖືວ່າ ໄດ້ ແລະ ພວມຕັ້ງໜ້ານຳໃຊ້ນະໂຍບາຍການຕ່າງປະເທດຫລາຍຝ່າຍ ເພື່ອບັນລຸໄດ້ສັນຕິພາບ ແລະ ສະຖຽນລະພາບ.

ສື່ມວນຊົນ ສິງກະໂປ, ຍີ່ປຸ່ນ ຢັ້ງຢືນ ຫວຽດນາມ ສວມບົດບາດເປັນຄູ່ຮ່ວມມືຊຸກຍູ້ສັນຕິພາບ - ảnh 2 ສື່ມວນຊົນ ສິງກະໂປ, ຍີ່ປຸ່ນ ຢັ້ງຢືນ ຫວຽດນາມ ສວມບົດບາດເປັນຄູ່ຮ່ວມມືຊຸກຍູ້ສັນຕິພາບ

        ຕີລາຄາກ່ຽວກັບເຫດການທີ່ມີຄວາມໝາຍປະຫວັດສາດນີ້, ໜັງສືພິມ StraitTimes ລາຍວັນ ຂອງ ສິງກະໂປ ມີບົດວິເຄາະຂອງບັນດານັກຊ່ຽວຊານກ່ຽວກັບກອງປະຊຸມສຸດຍອດຄັ້ງທີ 2ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ. ຕາມບັນດານັກໄຈ້ແຍກແລ້ວ, ນີ້ແມ່ນໂອກາດເປີດສາກໃຫ້ທັງ 2 ຝ່າຍ ແນໃສ່ຊຸກຍູ້ການເຈລະຈາ ເພື່ອກ້າວໄປເຖິງບັນຫາສ້າງແຫຼມ ເກົາຫຼີ ປອດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ