ສື່ມວນຊົນ ສປປ ເກົາຫຼີ ຮຽກຮ້ອງທ້ອນໂຮມ ສປປ ເກົາຫຼີ ແລະ ສ ເກົາຫຼີ ເປັນເອກະພາບຄືນໃໝ່

(VOVWORLD) - ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ຕີລາຄາວ່າ ກອງປະຊຸມສຸດຍອດລະຫວ່າງ ສປປ ເກົາຫຼີ ແລະ ສ ເກົາຫຼີ ຫາກໍ່ໄດ້ຮັບການຈັດຕັ້ງຢູ່ ພຽງຢາງ ...
ສື່ມວນຊົນ ສປປ ເກົາຫຼີ ຮຽກຮ້ອງທ້ອນໂຮມ ສປປ ເກົາຫຼີ ແລະ ສ ເກົາຫຼີ ເປັນເອກະພາບຄືນໃໝ່ - ảnh 1 ການ ສ ເກົາຫຼີ ແລະ ສປປ ເກົາຫຼີ

ວັນທີ 21 ກັນຍາ, ສື່ມວນຊົນ ສປປ ເກົາຫຼີ ໄດ້ມີບົດນຳ, ຂໍ້ໃຫ້ສັງເກດຫຼາຍຢ່າງກ່ຽວກັບບັນດາໝາກຜົນຂອງກອງປະຊຸມສຸດຍອດ ລະຫວ່າງ ສປປ ເກົາຫຼີ ແລະ ສ ເກົາຫຼີ ຄັ້ງທີ 3 ລະຫວ່າງການນຳ ສປປ ເກົາຫຼີ Kim Jong – un ແລະ ທ່ານປະທານາທິບໍດີ ສ ເກົາຫຼີ Moon Jae – in, ພ້ອມທັງຮຽກຮ້ອງໃຫ້ຖືນີ້ແມ່ນ “ບາດລ້ຽວທີ່ພາໄປເຖິງການສ້າງແຫຼມ ເກົາຫຼີ ເປັນເອກະພາບຄືນໃໝ່”.

        ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ຕີລາຄາວ່າ ກອງປະຊຸມສຸດຍອດລະຫວ່າງ ສປປ ເກົາຫຼີ ແລະ ສ ເກົາຫຼີ ຫາກໍ່ໄດ້ຮັບການຈັດຕັ້ງຢູ່ ພຽງຢາງ ນັ້ນໄດ້ “ເປັນຂີດໝາຍບາດລ້ຽວສຳຄັນ” ໃນການຊຸກຍູ້ຄວາມປອງດອງຊາດ ແລະ ການຮ່ວມມືເພື່ອແນໃສ່ “ເປີດໄລຍະໃໝ່ໃຫ້ແກ່ການທ້ອນໂຮມແຫຼມ ເກົາຫຼີ ເປັນເອກະພາບຄືນໃໝ່”.

        ໃນຂະນະນັ້ນ, ໜັງສືພິມ Rodong Sinmun - ກະບອກສຽງຂອງພັກແຮງງານ ສປປ ເກົາຫຼີ ໃຫ້ຮູ້ວ່າ: ການນຳສອງທ່ານໄດ້ສ້າງພື້ນຖານໃຫ້ແກ່ໄລຍະພັດທະນາໃໝ່ ແລະ ຄວາມວັດທະນາຖາວອນໃນການພົວພັນລະຫວ່າງ ສປປ ເກົາຫຼີ ແລະ ສ. ເກົາຫຼີ.

        ໃນສະພາບການກ່ຽວຂ້ອງ, ທ່ານ Antonio Guterres,  ເລຂາທິການໃຫຍ່ ສປຊ ໄດ້ເນັ້ນໜັກວ່າ: ການເຈລະຈາລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ຈະບໍ່ໄດ້ຮັບຖືວ່າບັນລຸຜົນສຳເລັດ, ຖ້າຫາກວ່າບໍ່ມີຜົນສຳເລັດໃນການເຈລະຈາລະຫວ່າງ ອາເມລິກາ - ສປປ ເກົາຫຼີ ເພື່ອແນໃສ່ປອດນິວເຄຼຍໃນແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ