ສື່ມວນຊົນ ສປປ.ເກົາຫຼີີ ປະກາດລັດຖະທໍາມະນູນສະບັບປັບປຸງ

(VOVWORLD) - ວັນທີ 21 ກັນຍາ, ເວັບໄຊ Naenara ຂອງ ສປປ.ເກົາຫຼີ ໄດ້ປະກາດ ລັດຖະທໍາມະນູນສະບັບປັບປຸງຂອງປະເທດນີ້, ຕາມນັ້ນແລ້ວ ການນໍາ ສປປ.ເກົາຫຼີ Kim Jong – un ແມ່ນປະມຸກລັດຢ່າງເປັນທາງການ.
ສື່ມວນຊົນ ສປປ.ເກົາຫຼີີ ປະກາດລັດຖະທໍາມະນູນສະບັບປັບປຸງ - ảnh 1ການນໍາ ສປປ.ເກົາຫຼີ Kim Jong – un (ພາບ: AFP/TTXVN)

        ເວັບໄຊ Naenara ໄດ້ປະກາດວ່າ ລັດຖະທໍາມະນູນທີ່ໄດ້ຮັບການປັບປຸງໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ສປປ.ເກົາຫຼີ (SPA) ຊຸດທີ 14  ເຊິ່ງຫາກໍດໍາເນີນໃນທ້າຍເດືອນສິງຫາຜ່ານມາ. ໃນລັດຖະທໍາມະນູນສະບັບປັບປຸງໃໝ່ນີ້, ມາດຕາ 104 ໄດ້ກໍານົດຄວາມຮັບຜິດຊອບໃໝ່ໃຫ້ແກ່ປະທານຄະນະກໍາມະການກໍາມະການ - ເຊິ່ງແມ່ນອົງການມີສິດອໍານາດສູງສຸດຂອງປະເທດ ສປປ.ເກົາຫຼີ ຄື ປະກາດໃຊ້ກົດໝາຍ ແລະ ແຕ່ງຕັ້ງ ຫຼື ຮຽກຕົວບັນດາຜູ້ຕາງໜ້າການທູດປະຈໍາຢູ່ຕ່າງປະເທດ. ປະທານຄະນະກໍາມະການລັດຖະບານແມ່ນການນໍາສູງສຸດ “ຕາງໜ້າໃຫ້ປະເທດ”.


ຕອບກັບ

ຂ່າວ/ບົດ​ອື່ນ