ສື່ມວນ​ຊົນ ສປປ.​ເກົາຫຼີ ຮຽກຮ້ອງການ​​ເພິ່ງ​ຕົນ​ເອງ​ເພື່ອ ຜ່ານ​ຜ່າ​ບັນດາ​ຄໍາ​ສັ່ງ​ລົງ​ໂທດ​

(VOVWORLD) -ສປປ.ເກົາຫຼີ  ຈະບໍ່ສົນໃຈການຍົກເລີກບັນດາຄໍາສັ່ງລົງໂທດສາກົນ ເຊິ່ງປັດຈຸບັນພວມຈັດວາງໃສ່ພຽງຢາງ ອີກແລ້ວ, ຫາກຈະພະຍາຍາມຂ້າມຜ່ານຮົ້ວກີດຂວາງດັ່ງກ່າວ ດ້ວຍການເພິ່ງຕົນເອງ.
ສື່ມວນ​ຊົນ ສປປ.​ເກົາຫຼີ ຮຽກຮ້ອງການ​​ເພິ່ງ​ຕົນ​ເອງ​ເພື່ອ ຜ່ານ​ຜ່າ​ບັນດາ​ຄໍາ​ສັ່ງ​ລົງ​ໂທດ​    - ảnh 1 (ພາບປະກອບ: Yonhap/ TTXVN)

ວັນທີ 4 ມັງກອນ, ໜັງສືພິມ Rodong Sinmun ເຊິ່ງເປັນໜັງສືພິມທາງການຂອງພັກແຮງງານກໍາອໍານາດ ຢູ່ ສປປ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ ຈະບໍ່ສົນໃຈການຍົກເລີກບັນດາຄໍາສັ່ງລົງໂທດສາກົນ ເຊິ່ງປັດຈຸບັນພວມຈັດວາງໃສ່ພຽງຢາງ ອີກແລ້ວ, ຫາກຈະພະຍາຍາມຂ້າມຜ່ານຮົ້ວກີດຂວາງດັ່ງກ່າວ ດ້ວຍການເພິ່ງຕົນເອງ.

        ຕາມໜັງສືພິມດັ່ງກ່າວແລ້ວ, ສປປ.ເກົາຫຼີ ບໍ່ເຊື່ອໃຈຕໍ່ເຈດຈໍາຕະນາດີໃນການສ້າງສັນຕິພາບຂອງ ອາເມລິກາ, ດັ່ງນັ້ນ ພຽງຢາງ ຈະຊອກຫາວິທີເຮັດໃຫ້ບັນດາມາດຕະການລົງໂທດໝົດຜົນສັກສິດ ແທນທີ່ຈະແລ່ນໄປຕາມການຫຼຸດຜ່ອນບັນດາມາດຕະການລົງໂທດຈາກສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ