ສື່ມວນ​ຊົນ ສ.ເກົາຫຼີ: ສ.ເກົາຫຼີ​ປາດ​ຖະ​ໜາ​ຢາກ​ຍົກ​ລະ​ດັບ​ການ​ພ​ົວ​ພັນ​ກັບ ຫວຽດ​ນາມ

(VOVWORLD) -ມີໜັງສືພິມຫຼາຍສະບັບຂອງ ສ.ເກົາຫຼີ ຄື Chosun, JoongAng, Dong A, Hankyung… ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug  ແຕ່ວັນທີ 31 ຕຸລາ ຫາວັນທີ 4 ພະຈິກ.


ສື່ມວນ​ຊົນ ສ.ເກົາຫຼີ: ສ.ເກົາຫຼີ​ປາດ​ຖະ​ໜາ​ຢາກ​ຍົກ​ລະ​ດັບ​ການ​ພ​ົວ​ພັນ​ກັບ ຫວຽດ​ນາມ - ảnh 1ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN)

ໜັງສືພິມ Hankyung ໃຫ້ຮູ້ວ່າ, ໃນບັນດາການພົບປະ, ເຂົ້າຢ້ຽມຂ່ຳນັບກັບການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ, ທ່ານ Park Byeong - Seug ໄດ້ກ່າວຄຳເຫັນວ່າ ຄວນຍົກລະດັບການພົວພັນລະຫວ່າງສອງປະເທດ ຈາກການພົວພັນຄູ່ຮ່ວມມືຍຸດທະສາດ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານ Park Byeong - Seug ກໍຕີລາຄາສູງຕໍ່ຜົນສຳເລັດໃນການຄວບຄຸມໂລກລະບາດໂຄວິດ - 19 ແລະ ການເຕີບໂຕເສດຖະກິດຂອງ ຫວຽດນາມ.

        ໜັງສືພິມ Chosun ໄດ້ຄັດສະເໜີຄຳເວົ້າ ຂອງທ່ານ Park Byeong – Seug, ໂດຍໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ ສ.ເກົາຫຼີ ຖືເປັນສຳຄັນການຮ່ວມມືດ້ານເສດຖະກິດ ແລະ ການພົວພັນສອງຝ່າຍກັບ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ