ສື່ມວນ​ຊົນ ສ.ເຊັກ​ໂກ ຍ້ອງ​ຍໍ​ຊົມ​ເຊີຍ​ຄວາມ​ອົງ​ອາດ​ກ້າ​ແກ່ນ​ຂອງ​ທິມ​ບານ​ເຕະ futsal ຫວຽດ​ນາມ

(VOVWORLD) -ການເອົາຊະນະຢ່າງຂາດຂັ້ນຕໍ່ຄູ່ແຂ່ງບໍ່ເກີດຂຶ້ນໃນນັດແຂ່ງຂັນສຸດທ້າຍຂອງທິມບານເຕະ ເຊັກໂກ ໃນຮອບຄັດເລືອກ World Cup 2021. ນັດແຂ່ງຂັນສຸດທ້າຍຂອງທິມ ເຊັກໂກ ກັບ ທິມບານເຕະ ຫວຽດນາມ ໃນຮອບຄັດເລືອກໄດ້ສິ້ນສຸດລົງດ້ວຍຄະແນນ 1 ປະຕູຕໍ່ 1.
ສື່ມວນ​ຊົນ ສ.ເຊັກ​ໂກ ຍ້ອງ​ຍໍ​ຊົມ​ເຊີຍ​ຄວາມ​ອົງ​ອາດ​ກ້າ​ແກ່ນ​ຂອງ​ທິມ​ບານ​ເຕະ futsal  ຫວຽດ​ນາມ - ảnh 1(ພາບ: TTXVN)

ສື່ມວນຊົນ ສ.ເຊັກໂກ ຍອມຮັບວ່າ ທິມບານເຕະຂອງປະເທດນີ້ໄດ້ປະສົບກັບຄວາມຫຍຸ້ງຍາກໃນນັດແຂ່ງຂັນກັບທິມບານເຕະ ຫວຽດນາມ ໃນຮອບຄັດເລືອກ futsal World Cup 2021.

        ໜັງສືພິມ Ceskatelevize ຂອງ ເຊັກໂກ ໄດ້ລົງບົດຂຽນດ້ວຍຫົວຂໍ້ “ທິມບານເຕະ futsal ເຊັກໂກ ປະສົບກັບຄວາມຫຍຸ້ງຍາກຕໍ່ ທິມບານເຕະ ຫວຽດນາມ ຢ່າງແທ້ຈິງ ແຕ່ຍັງບໍ່ໃຫ້ພາດໂອກາດລອດເຂົ້າຮອບ 1/8 World Cup”. ໜັງສືພິມ Ceskatelevize ໄດ້ຂຽນວ່າ ການເອົາຊະນະຢ່າງຂາດຂັ້ນຕໍ່ຄູ່ແຂ່ງບໍ່ເກີດຂຶ້ນໃນນັດແຂ່ງຂັນສຸດທ້າຍຂອງທິມບານເຕະ ເຊັກໂກ ໃນຮອບຄັດເລືອກ World Cup 2021. ນັດແຂ່ງຂັນສຸດທ້າຍຂອງທິມ ເຊັກໂກ ກັບ ທິມບານເຕະ ຫວຽດນາມ ໃນຮອບຄັດເລືອກໄດ້ສິ້ນສຸດລົງດ້ວຍຄະແນນ 1 ປະຕູຕໍ່ 1.

ຕອບກັບ

ຂ່າວ/ບົດ​ອື່ນ