ສື່ມວນຊົນ ອົດສະຕາລີ ຕີລາຄາສູງການພັດທະນາເສດຖະກິດຂອງ ຫວຽດນາມ

(VOVWORLD) - ກອງປະຊຸມສຸດຍອດພິເສດຄັ້ງນີ້ຈະແມ່ນກອງປະຊຸມສາກົນໃຫຍ່ສຸດເຊິ່ງ ອົດສະຕາລີເປັນເຈົ້າພາບຈັດຕັ້ງ ນັບແຕ່ກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ຄັ້ງທຳອິດໃນປີ 2018.
ສື່ມວນຊົນ ອົດສະຕາລີ ຕີລາຄາສູງການພັດທະນາເສດຖະກິດຂອງ ຫວຽດນາມ - ảnh 1ພາບປະກອບ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາຈະເຂົ້າຮ່ວມກອງປະຊຸມສຸດຍອດ ພິເສດ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນລະຫວ່າງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) - ອົດສະຕາລີ, ຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ (ແຕ່ວັນທີ 5 – 9 ມີນາ), ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese. ເນື່ອງໃນໂອກາດນີ້, ສື່ເອເລັກໂຕນິກ The Interpreter ຂຶ້ນກັບສະຖາບັນຄົ້ນຄ້ວາ Lowy (ປະເທດ ອົດສະຕາລີ) ໄດ້ເອົາລົງ 2 ບົດຂຽນຕີລາຄາການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ, ກໍ່ຄືກຳລັງຄວາມສາມາດດ້ານເສດຖະກິດຂອງ ຫວຽດນາມ ໃນອາຊຽນ.

          ບົດຂຽນເອົາລົງໃນວັນທີ 29 ກຸມພາ ດ້ວຍຫົວຂໍ້ “ລໍຄອຍສິ່ງໃດຈາກກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ?”, ຜູ້ຂຽນ Susannah Patton ໃຫ້ຮູ້ວ່າ: ກອງປະຊຸມສຸດຍອດພິເສດຄັ້ງນີ້ຈະແມ່ນກອງປະຊຸມສາກົນໃຫຍ່ສຸດເຊິ່ງ ອົດສະຕາລີເປັນເຈົ້າພາບຈັດຕັ້ງ ນັບແຕ່ກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ຄັ້ງທຳອິດໃນປີ 2018. ການນຳ ອາຊຽນ ເກືອບ ທັງໝົດຈະໄປຢ້ຽມຢາມ ອົດສະຕາລີ ຄັ້ງທຳອິດ ໃນອາຍຸການຂອງເຂົາເຈົ້າ - ສິ່ງດັ່ງກ່່່າວມີຄວາມໝາຍແມ່ນຈຸດສຸມໃຫຍ່ຂອງໂຄງການດຳເນີນງານ ຈະແມ່ນການສ້າງສາການພົວພັນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແມ່ນໜຶ່ງໃນບັນດາການນຳ ອາຊຽນ ຢ້ຽມຢາມ ອົດສະຕາລີ ເປັນຄັ້ງທຳອິດ ນັບແຕ່ເວລາດຳລົງຕຳແໜ່ງ ແລະ ຈະມີການພົບປະສະເພາະກັບບັນດາການນຳ ອົດສະຕາລີ. ກອງປະຊຸມສຸດຍອດຄັ້ງນີ້ຈະລວມມີ ເວທີປາໄສ ເຕົ້າໂຮມຜູ້ອຳນວຍການບໍລິຫານ (ເວທີປາໄສ CEO) ແລະ ບັນດາກອງປະຊຸມ ເພື່ອແນໃສ່ຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຂອງ ອົດສະຕາລີ ດຳເນີນທຸລະກິດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

        ໃນບົດຂຽນເອົາລົງເມື່ອວັນທີ 1 ມີນາ, The Interpreter  ໄດ້ຕີລາຄາກຳລັງພັດທະນາຂອງເສດຖະກິດ ຫວຽດນາມ ໃນສະພາບການໂລກ ພວມຕ້ອງຜ່ານຜ່າໄລຍະຜັນແປນັບແຕ່ຫຼັງໂລກລະບາດໂຄວິດ  -19, ຫວຽດນາມ ຍັງຮັບຮູ້ລະດັບການເຕີບໂຕເສດຖະກິດເປັນປົກກະຕິ 5,1% ໃນປີ 2023, ເປັນຕົ້ນແມ່ນຄວາມສາມາດປັບຕົວສູງກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ