ສື່​ມວນ​ຊົນ ອິດ​ສະ​ລາ​ແອນ ຕີ​ລາ​ຄາ​ສູງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ

(VOVWORLD) -ໃນວັນທີ 30 ສິງຫາ ສື່ມວນຊົນ ອິດສະລາແອນ ໄດ້ມີບັນດາບົດຂຽນຕີລາຄາສູງແນວທາງການຕ່າງປະເທດ, ກໍ່ຄືບັນດາຜົນງານການທູດ ແລະ ເສດຖະກິດຂອງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງການປະຕິວັດເດືອນສິງຫາ (19/8) ແລະ ວັນຊາດ (2/9).
ສື່​ມວນ​ຊົນ ອິດ​ສະ​ລາ​ແອນ ຕີ​ລາ​ຄາ​ສູງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ - ảnh 1ການຜະລິດບັນດາຜະລິດຕະພັນຕ່ຳແຜ່ນຕັດຫຍິບ ຂອງບໍລິສັດ Kydo ຫວຽດນາມ ຈຳກັດ  (ພາບ: TTXVN)

ບົດຂຽນ “ຫວຽດນາມ: ດາວປະກາຍແຈ້ງຢູ່ ອາຊີ” (Vietnam: A Bright Star in Asia) ໃນໜັງສືພິມ “Jerusalem Post” ສະບັບອອກວັນທີ 30 ສິງຫາ ໄດ້ຕີລາຄາສູງເລື່ອງ ຫວຽດນາມ ປະຕິບັດນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າການ, ເປີດປະຕູ,  ຫັນການພົວພັນກັບຕ່າງປະເທດເປັນຫຼາຍຝ່າຍ ແລະ  ຫຼາຍຮູບຫຼາຍແບບ ແລະ ຕັ້ງໜ້າເຊືຶຶ່ອມໂຍງເຂົ້າກັບສາກົນ. ນະໂຍບາຍນີ້ໄດ້ຊ່ວຍ ຫວຽດນາມ ສ້າງຕັ້ງໄດ້ເຄືອຂ່າຍ 30 ຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ, ເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ກ່ຽວກັບເສດຖະກິດ, ບົດຂຽນໄດ້ຄັດສະເໜີບັນດາການຄາດຄະເນຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ທີ່ໃຫ້ຂໍ້ສັງເກດວ່າ ເສດຖະກິດ ຫວຽດນາມ ເຕີບໂຕຢ່າງຕັ້ງໜ້າໃນປີ 2020 ຕາມລຳດັບຄື 2.7% ແລະ 4.9% ໂດຍບໍ່ຫົວຊາຕໍ່ຜົນກະທົບຈາກໂລກລະບາດໂຄວິດ-19ໃນທົ່ວໂລກ. ລັດຖະບານ ຫວຽດນາມ ວາງເປົ້າໝາຍການເຕີບໂຕກ່ວາ 5%.

ກໍ່ໃນວັນດຽວກັນ, ໃນໜັງສືພິມ “Forbes” ສະບັບພາສາ ອິດສະລາແອນ ກໍ່ໄດ້ຕີລາຄາ ຫວຽດນາມ ພວມຖືກຜົນເສຍຫາຍຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19 ແຕ່ເບິ່ງລວມແລ້ວຍັງຄົງເປັນໜຶ່ງໃນພື້ນຖານເສດຖະກິດທີ່ພົ້ນເດັ່ນທີ່ສຸດໃນພາກພື້ນ ອາຊຽນ. ຕາມນັ້ນແລ້ວ, ຫວຽດນາມ ກໍ່ວາງເປົ້າໝາຍດຶງດູດ FDI ບັນລຸປະມານ 35-36 ຕື້ USD ໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ