ສື່ມວນ​ຊົນ ອິນ​ເດຍ: ວິ​ໄສ​ທັດ​ລວມ 2021 – 2023 ແມ່ນ​ສານ​ກ່ຽວ​ກັບ​ການ​ພົວ​ພັນ​ອັນ​ເລິກ​ເຊິ່ງ​ລະ​ຫວ່າງ ອິນ​ເດຍ - ຫວຽດ​ນາມ

(VOVWORLD) -ການພົວພັນກັບ ຫວຽດນາມ ແມ່ນວິໄສທັດຍາວໄກ ແລະ ຍຸດທະສາດ, ເພື່ອພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ມີສັນຕິພາບ, ສະຖຽນລະພາບ ແລະ ກ້າວໜ້າ. 
ສື່ມວນ​ຊົນ ອິນ​ເດຍ: ວິ​ໄສ​ທັດ​ລວມ 2021 – 2023 ແມ່ນ​ສານ​ກ່ຽວ​ກັບ​ການ​ພົວ​ພັນ​ອັນ​ເລິກ​ເຊິ່ງ​ລະ​ຫວ່າງ ອິນ​ເດຍ - ຫວຽດ​ນາມ - ảnh 1ເວັບໄຊ Wion ໄດ້ຄັດສະເໜີ ຄຳເນັ້ນໜັກຂອງທ່ານປະທານາທິບໍດີ ອິນເດຍ Narendra Modi ທີ່ກອງປະຊຸມຂັ້ນສູງທາງອອນລາຍ ກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃນວັນທີ 21 ທັນວາ

 ຫວຽດນາມ ແມ່ນເສົາຄ້ຳໃນນະໂຍບາຍການກະທຳມຸ່ງໄປເຖິງທິດຕາເວັນຕົກຂອງ ອິນເດຍ ແລະ ກໍແມ່ນຄູ່ຮ່ວມມືສຳຄັນໃນວິໄສທັດລວມ ມະຫາສະໝຸດອິນເດຍ - ປາຊີຟິກຂອງປະເທດນີ້. ນີ້ແມ່ນຄຳເນັ້ນໜັກຂອງທ່ານປະທານາທິບໍດີ ອິນເດຍ Narendra Modi ທີ່ກອງປະຊຸມຂັ້ນສູງທາງອອນລາຍ ກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃນວັນທີ 21 ທັນວາ ໂດຍເວັບໄຊ Wion ໄດ້ຄັດສະເໜີມາ. ອິນເດຍ ໄດ້ຕີລາຄາວ່າ ການພົວພັນກັບ ຫວຽດນາມ ແມ່ນວິໄສທັດຍາວໄກ ແລະ ຍຸດທະສາດ, ເພື່ອພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ມີສັນຕິພາບ, ສະຖຽນລະພາບ ແລະ ກ້າວໜ້າ. ໃນການຖະແຫຼງຂ່າວທີ່ຈັດຂຶ້ນໃນຕອນຄ່ຳຂອງວັນດຽວກັນ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອິນເດຍ Riva Ganguly Das ຖືວ່າ:

        “ໂດຍລວມແລ້ວ, ນີ້ແມ່ນການແລກປ່ຽນທີ່ມີປະສິດທິຜົນ, ແມ່ນໂອກາດເພື່ອໃຫ້ການນຳສອງປະເທດຕີລາຄາຄືນການສາຍພົວພັນສອງຝ່າຍທັງໝົດ ແລະ ກຳນົດທິດທາງໃນອະນາຄົດຂອງການພົວພັນຄູ່ຮ່ວມມືສຳຄັນນີ້. ການນຳສອງປະເທດກໍຢັ້ງຢືນຄືນໃໝ່ການຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ, ຄວາມສຳຄັນຂອງການຊຸກຍູູ້ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍຢູ່ພາກພື້ນ, ລວມທັງການສະໜັບສະໜູນກົດໝາຍສາກົນ ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ສອງຝ່າຍໄດ້ເຫັນດີນຳກັນວ່າ ພາກພື້ນທີ່ມີສັນຕິພາບ, ສະຖຽນລະພາບ, ມີຄວາມສະຫງົບປອດໄພ, ເສລີ, ເປີດ, ກວມລວມ  ແລະ ເຄົາລົບກົດໝາຍ ແມ່ນຜົນປະໂຫຍດລວມຂອງທຸກປະເທດ”.

        ຕາມໜັງສືພິມ Hindu Business Line ແລ້ວ, ນາຍົກລັດຖະມົນຕີສອງທ່ານ ໄດ້ລົງນາມໃນເອກະສານ ວິໄສທັດລວມ ອິນເດຍ - ຫວຽດນາມ ກ່ຽວກັບສັນຕິພາບ, ວັດທະນາຖາວອນ ແລະ ປະຊາຊົນ ແລະ ໂຄງການດຳເນີນງານ ສຳລັບການພົວພັນສອງຝ່າຍ ໃນໄລຍະ 2021 – 2023, ນີ້ໄດ້ຮັບຖືວ່າ ແມ່ນການກະທຳສົ່ງສານກ່ຽວກັບລວງເລິກຂອງການພົວພັນ ລະຫວ່າງ ອິນເດຍ ແລະ ຫວຽດນາມ./.

ຟານຕຸງ - ນັກຂ່າວ VOV ປະຈຳ ອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ